ຝ່າຍ “ເສື້ອແດງ” ແຫ່ຂະບວນສະໜັບ ສະໜູນລັດຖະບານໄທ

ຝ່າຍ “ເສື້ອແດງ” ແຫ່ຂະບວນສະໜັບ ສະໜູນລັດຖະບານໄທ - ảnh 1
​ຝ່າຍ​ “ເສື້ອ​​ແດງ” ນັບພັນຄົນ​​ທີ່ສະໜັບສະໜູນ​ລັດຖະບານ​ໄທ
​ໄດ້​ລົງ​ຖະໜົນ​ແຫ່​ຂະ​ບວນ
(ພາບ: stasiareport.com)


(vovworld) - ວັນ​ທີ 10 ພະຈິກ, ​ຝ່າຍ​ “ເສື້ອ​​ແດງ” ນັບພັນຄົນ​​ທີ່ສະໜັບສະໜູນ​ລັດຖະບານ​ໄທ ​ໄດ້​ລົງ​ຖະໜົນ​ແຫ່​ຂະ​ບວນຢູ່​ນະຄອນຫຼວງ​ບາງກອກ. ນີ້​ແມ່ນ​ການ​ກະທຳ​ສະ​ແດງ​ກຳລັງ​ທຳ​ອິດ​ຂອງ​ຝ່າຍ ​“ເສື້ອ​​ແດງ” ພາຍຫຼັງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ຄ້ານ​ໃນ​ອາທິດ​ຜ່ານ​ມາ ​ແນ​ໃສ່​ຄັດ​ຄ້ານຮ່າງ​ກົ​ດໝາຍ​ອະ​​ໄພຍະ​ໂທດ​ທີ່​ກໍ່​ຄວາມ​ໂຕ້​ຖຽງກັນ. ບັນດາ​ຫົວໜ້າ​ຂອງ​ກຳລັງ​ດັ່ງກ່າວ​ຖື​ວ່າ ຝ່າຍ​ຄ້ານ​ພວມ​ສວຍ​ໃຊ້​ເລື່ອງ​ສະພາ​ແຫ່ງ​ຊາດພິຈາລະນາ​ຮ່າງ​ກົດໝາຍ​ອະ​​ໄພ​ຍະ​ໂທດ ເພື່ອ​ແນ​ໃສ່​ໂຄ່ນ​ລົ້ມທ່ານ​ນາງນາຍົກລັດຖະມົນຕີ ຍິງ​ຣັກ ສິນ​ນາ​ວັດ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ. ຕາມ​ຮ່າງ​ກົດໝາຍ​ອະ​ໄພ​ຍາ​ໂທດ​ເຊິ່ງ​ໄດ້​ຮັບ​ການຮັບຮອງ​ເອົາ​ຈາກ​ສະພາ​ຕໍ່າ​ໃນ​ວັນ​ທີ 01 ພະຈິກ, ລັດຖະບານ​ຈະ​ອະ​ໄພ​ຍະ​ໂທດ​ໃຫ້ທຸກໆ​ພັກ​ຝ່າຍ ກໍ່​ຄື​ບຸກຄົນ​ຖືກ​ຈັບ​ຕົວ​ຍ້ອນກ່ຽວ​ຂ້ອງ​ເຖິງ​ຈາລະ​ຈົນ​ຢູ່​ຖະໜົນ​ນັບ​ແຕ່​ປີ 2004. ຝ່າຍ​ຄ້ານຖື​ວ່າ, ຈຸດປະສົງຕົ້ນ​ຕໍ່​ຂອງ​ຫາງສຽງ​ແມ່ນ​ເພື່​ອ​ແນ​ໃສ່​ “ລົບລ້າງ​ໂທດ” ​ໃຫ້​ອະດີດ​ນາຍົກລັດຖະມົນຕີ ທັກສິນ ສິນ​ນະ​ວັດ, ​ເປັນ​ອ້າຍ​ຂອງ​​ທ່ານ​ນາງນາຍົກລັດຖະມົນຕີ​ໄທ​ ຍິງ​ຣັກ ສິນ​ນາ​ວັດ ຄົນ​ປະຈຸ​ບັນ​.

ຂ່າວ/ບົດ​ອື່ນ