ຝ່າຍ​ຄ້ານ Mali ໄດ້ປະ​ຕິ​ເສດ​ຂໍ້​ສະ​ເໜີໄກ່​ເກ່ຍ​ຂອງ ECOWAS

(VOVWORLD) -ວັນທີ 19 ກໍລະກົດ, ສຳພັນທະມິດຝ່າຍຄ້ານຢູ່ ມາລີ ໄດ້ປະຕິເສດຂໍ້ສະເໜີຂອງກຸ່ມໄກ່ເກ່ຍສະພາເສດຖະກິດບັນດາປະເທດ ອາຟຼິກກາຕາເວັນຕົກ (ECOWAS), ລວມມີ 15 ປະເທດສະມາຊິກ ເພື່ອແນໃສ່ຢຸດຕິວິກິດການດ້ານການເມືອງ ນັບແຕ່ຕົ້ນເດືອນ ກໍລະກົດ, ສ່ວນກ່ຽວຂ້ອງເຖິງກະແສຟອງແຫ່ຂະບວນປະທ້ວງຄັດຄ້ານ ທ່ານ ປະທານາທິບໍດີ Ibrahim Boubacar Keita.
ຝ່າຍ​ຄ້ານ Mali ໄດ້ປະ​ຕິ​ເສດ​ຂໍ້​ສະ​ເໜີໄກ່​ເກ່ຍ​ຂອງ ECOWAS - ảnh 1ສະພາບການວິກິດການຢູ່ ມາລີຍັງບໍ່ມີວັນສິດສຸດເທື່ອ (ພາບ: Red & Black) 

ຄະນະປະຕິບັດງານຂອງ ECOWAS, ໂດຍທ່ານ Goodluck Jonathan ອະດີດປະທານາທິບໍດີ ນີເຊເຣຍ ນຳໜ້າໄປຍັງ ມາເລ ເມື່ອອະທິດກ່ອນ ເພື່ອມານະພະຍາຍາມຢຸດຕິການວິກິດການ. ກຸ່ມໄກ່ເກ່ຍໄດ້ຍົກອອກບັນດາຂໍ້ສະເໜີ, ໃນນັ້ນສະເໜີສານລັດຖະທຳມະນຸນ ມາລີ ກວດກາໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດທີ່ເຕັມໄປດ້ວຍການໂຕ້ຖຽງກັນຄືນໃໝ່ ແລະ ສະເໜີວ່າ ທ່ານ ສ້າງລັດຖະບານສາມັກຄີຊົນຊາດ. ຕາມຂໍ້ສະເໜີຂອງ ECOWAS ແລ້ວ, ສຳພັນທະມິດກຳອຳນາດ ປັດຈຸບັນ ກຳໄດ້50%ຈຳນວນທີ່ນັ່ງໃນລັດຖະບານສາມັກຄີຊຸດໃໝ່, ໃນນັ້ນເມື່ອຝ່າຍຄ້ານກວດເອົາ 30% ແລະ 20% ທີ່ຍັງເຫຼືອສະຫງວນໃຫ້ແກ່ກຸ່ມສັງຄົມພົນລະເຮືອນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ