ຝ່າຍຄ້ານ ຢູ່ ອີຢີບ ຈະເຂົ້າຮ່ວມການ ລົງປະຊາມະຕິຈາກປະຊາຊົນ

ຝ່າຍຄ້ານ ຢູ່ ອີຢີບ ຈະເຂົ້າຮ່ວມການ        ລົງປະຊາມະຕິຈາກປະຊາຊົນ - ảnh 1
ອະດີດ​ປະທານ​ສະຫະພັນ ອາຣັບ Amr Moussa
ພາບ:internet


(vovworld) - ວັນ​ທີ 12/12 ກ່າວ​ຄຳ​ເຫັນ​ຕໍ່​ປະຊາຊົນ ຢູ່ ນະຄອນຫລວງ Cairo, ອະດີດ​ປະທານ​ສະຫະພັນ ອາຣັບ Amr Moussa  ຊຶ່ງ​ແມ່ນ​ສະມາຊິກ​ຂຶ້ນ​ກັບ​ແນວ​ໂຮມ​ກູ້​ຊາດ (NSF) ຝ່າຍ​ຄ້ານ ຢູ່ ອີ​ຢີບ ​ໄດ້​ປະກາດ​ວ່າ, ​ NSF ຈະ​ເຂົ້າ​ຮ່ວມ​ການລົງ​ປະຊາ​ມະຕິ ​ ​ຈາກ​ປະຊາຊົນ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ໃນ​ວັນ​ທີ 15/12 ຈະ​ມາ​ເຖິງ.

​ເຖິງ​ວ່າ ​ແຕ່​ດົນ​ນານ​ມາ​ແລ້ວ ກຳລັງ​ຝ່າຍ​ຄ້ານຍັງ​ຄົງ​ຮຽກຮ້ອງ​​ໂຈະ​ການລົງ​ປະຊາ​ມະຕິ ​ ​ ຈາກ​ປະຊາຊົນ​ກ່ຽວ​ກັນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃຫມ່. ​ແຕ່​ປະຈຸ​ບັນ ທ່ານ Moussa ​ໃຫ້​ຮູ້​ວ່າ: NSF ​ໄດ້​ຕົກລົງ​ເຂົ້າ​ຮ່ວມ ​ແຕ່​ການລົງ​ປະຊາ​ມະຕິ​ ຈາກ​ປະຊາຊົນ ຕ້ອງ​ໄດ້​ຮັບ​ການ​ຕິດຕາມກວດກາ ຈາກ​ກົງຈັກ​ຕຸລາການ​ໂປ່​ງ​ໃສ. ອີ​ຢີບ ຈະ​ດຳ​ເນີນ​ການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ທີ່​ໄດ້​ກໍ່​ການ​ຖົກ​ຖຽງ​ກັນໃນ​ວັນ​ທີ 15/12 ​ແລະ 22/12 ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ຝ່າຍ​ຄ້ານ​ຮຽກຮ້ອງ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ທົ່ວ​ປະ​ເທດ ​ແລະ ​ສະ​ເຫ​ນີ​​ໂຈະ​ໄວ້​ຈົ​ນກວ່າ​ເວລາ​ທີ່​ບັນດາ​ຝ່າຍ​ຕົກລົງນຳ​ກັນ​ໄດ້.

 

ຂ່າວ/ບົດ​ອື່ນ