ຝ່າຍຄ້ານກຳປູເຈຍຖະແຫຼງໂຈະການເດີນຂະບວນປະທ້ວງປະຈຳວັນ

ຝ່າຍຄ້ານກຳປູເຈຍຖະແຫຼງໂຈະການເດີນຂະບວນປະທ້ວງປະຈຳວັນ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ພະນົມເປັນ
(ພາບ: vtc.vn)


(vovworld) – ​ຕອນ​ຄຳ່ວັນ​ທີ 29/12, ຢູ່ ພະນົມ​ເປັນ, ການ​ນຳ​ຝ່າຍ​ຄ້ານ ກຳປູ​ເຈຍ, ທ່ານ Sam Rainsy ຖະ​ແຫຼ​ງ​ໂຈະບັນດາ​ການ​ເດີນ​ຂະ​ບວນປະ​ທ້ວງປະຈຳ​ວັນ​ຢູ່​ນະຄອນຫຼວງ ພະນົມ​ເປັນ ນັບ​ແຕ່​ວັນ​ທີ 30/12 ຮອດ​ວັນ​ທີ 4/1/2014. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ຜູ້​ສະໜັບ​ສະ​ໜູນ, ທ່ານ​ປະທານ​ພັກ​ກູ້​ໄພ​ແຫ່ງ​ຊາດ ກຳປູ​ເຈຍ (CNRP) Sam Rainsy ​ເວົ້າ​ວ່າ: ຝ່າຍ​ຄ້ານ​ຈະ​ຢຸດຕິ​ບັນດາ​ການ​ເດີນ​ຂະ​ບວນປະ​ທ້ວງຮອດ​ວັນ​ເສົາ, ​ແຕ່​ຍັງ​ຄົງ​ຈັດ​ຕັ້ງ​ການ​ເຕົ້າ​ໂຮມ​ຜູ້​ສະໜັບສະໜູນ​ຢູ່​ສວນສາທາລະນະ​ປະຊາທິປະ​ໄຕ​ໃນ​ຕອນ​ແລງ​ແຕ່​ລະ​ມື້. ​ເລື່ອງ​ຢຸດ​ຕິ​ບັນດາ​ການ​​ເດີນ​ຂະ​ບວນປະ​ທ້ວງ​ແມ່ນ​​ເພື່ອ​ມີ​ເວລາ​ພັກ​ຜ່ອນ​ໃຫ້​ບັນດາ​ຜູ້​ສະໜັບສະໜູນ ​ແລະ ສ້າງ​ກາລະ​ໂອກາດ​ໃຫ້ການ​ພົບ​ປ​ະຂອງ​ບັນດາ​ອົງການ​ສັງຄົມ​ພົນ​ລະ​ເຮ​ືອນກັບ​ບັນດາ​ເຈົ້າ​ໜ້າ​ທີ່ CNRP ຢູ່ ສວນສາທາລະນະ​ປະຊາທິປະ​ໄຕ.

        ຫາງ​ສຽງ​ຖື​ວ່າ ຂໍ້​ຕົກລົງ​ໂຈະ​ການການ​ເດ​ີນຂະ​ບວນປະ​ທ້ວງປະຈຳ​ວັນ​ຂອງ​ທ່ານ Sam Rainsy ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຊາວ ພະນົມ​ເປັນ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ