ຝ່າຍຄ້ານຊີຣີບໍ່ເຂົ້າຮ່ວມ ກອງປະຊຸມເຊີແນວ 2


ຝ່າຍຄ້ານຊີຣີບໍ່ເຂົ້າຮ່ວມ ກອງປະຊຸມເຊີແນວ 2 - ảnh 1

(ພາບ: AFP/TTXVN)

 (vovworld)-  ວັນ​ທີ 3/1, ສະພາ​ຊົນ​ເຜົ່າ​ຊີຣີ (NSC) ຊື່​ງ​ແມ່ນ​ກຸ່ມ​ຫຼັກ​ແຫຼ່ງ​ໃນ​ສຳພັນ​ທະ​ມິດ​ຊົນ​ເຜົ່າ​ຝ່າຍ​ຄ້ານ​ຂອງ​ປະ​ເທດ​ນີ້ ​ໄດ້ຢ້ຳຄືນ​ວ່າ​ຈະ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມສັນຕິພາບ​ກ່ຽວ​ກັບ​ຊີຣີ ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່​ເຊີ​ແນວ ປະ​ເທດ​ສະວິດ (ກອງ​ປະຊຸມ​ເຊີ​ແນວ 2). ທ່ານ Samir Nashar ສະມາຊິກ​ຜູ້​ໜຶ່ງ​ຂອງສະພາ​ຊົນ​ເຜົ່າ​ຊີຣີ (NSC) ຮັບ​ຮູ້​ວ່າ: ພາຍຫຼັງ​ການ​ພົບ​ປະຄັ້ງຕ່າງ​ໆ​ກັບ​ບັນດາ​ຜູ້​ຕາງ​ໜ້າສາ ກົນ​ໃນ​ອາທິດ​ຜ່ານ​ມາ, ສະພາ​ຊົນ​ເຜົ່າ​ຊີຣີ (NSC) ​ເຫັນ​ວ່າ: ບໍ່​ມີ​ສາຍ​ເຫດ​ໃດ​ເພື່ອ​ເຂົ້າຮ່ວມກອງ​ປະຊຸມ​ເຊີ​ແນວ 2. ທ່ານ Samir Nashar ປະກາດ​ວ່າ: ປະຈຸ​ບັນ, ພັນທະ​ມິດ​ຊົນ​ເຜົ່າ​ຊີຣີ ຍັງ​ບໍ່​ທັນ​ຍົກ​ອອກ​ຂໍ້​ຕົກລົງ​ທີ່​ແນ່ນອນ ​ແຕ່​ອາດ​ຈະ​ບໍ່​ເຂົ້າຮ່ວມ​ເຫດການ​ນີ້. ຕາມ​ທ່ານ​ແ​ລ້ວ, ປະຈຸ​ບັນ, ບາງ​ກຸ່ມ​ໃນ​ພັນ​ທະ​ມິດ​ໄດ້​ອອກສຽງຄັດຄ້ານ ກອງ​ປະຊຸມ​ເຊີ​ແນວ 2. ກ່ອນ​ໜ້ານັ້ນ, ​ເມື່ອ​ເດືອນ 10/2013, ທ່ານ George Sabra ປະທານສະພາ​ຊົນ​ເຜົ່າ​ຊີຣີ (NSC) ປະກາດ​ວ່າ, ກຸ່ມ​ນີ້​ຈະ​ຖອນ​ອອກ​ຈາກ​ພັນທະ​ມິດ​ຊົນ​ເຜົ່າ​ຖ້າ​ຫາກ​ວ່າ​ອົງການ​ນີ້​ຕົກລົງ​ເຂົ້າຮ່ວມກອງ​ປະຊຸມ​ເຊີ​ແນວ 2. ​ໃນ​ຂະນະນັ້ນ, ພັນທະ​ມິດ​ຊົນ​ເຜົ່າ​ຝ່າຍ​ຄ້ານ​ຄາດ​ວ່າ​ຈະ​ຈັດການ​ປະຊຸມ​ຂັ້ນສູງ​ຢູ່​ອີ​ຊະ​ຕານ​ບຸນ ປະ​ເທດ​ຕວກກີ ​ໃນ​ວັນ​ທີ 5-6/1 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ./.

 

ຂ່າວ/ບົດ​ອື່ນ