ຝ່າຍຄ້ານຊີຣີໂຈະການເຈລະຈາສັນຕິພາບ

ຝ່າຍຄ້ານຊີຣີໂຈະການເຈລະຈາສັນຕິພາບ - ảnh 1
(ພາບປະກອບ/ AFP/TTXVN)

(vovworld)- ​ ​ວັນ​ທີ 2/1, ກຸ່ມ​ກະ​ບົດ ຊີ​ຣີ ປະມານ 10 ກຸ່ມປະ​ກາດ​ວ່າ​ຈະ​ໂຈະ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຊື່ງ​ໄດ້​ວາງ​ແຜນ​ການ​ດຳ​ເນີນ​ໃນ​ເດືອນນີ້​ຢູ່​ນະ​ຄອນ​ຫລວງ Astana ຂອງ​ປະ​ເທດ ກາ​ຢັກ​ສະ​ຖານ ດ້ວຍ​ຄຳ​ກ່າວ​ຫາ​ວ່າ​ລັດ​ຖະ​ບານ ຊີ​ຣີ “ລະ​ເມີດ”ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃຫມ່​ທີ່ແກ່​ຍາວ​ໃນ​ເວ​ລາ 4 ວັນ.

           ຂໍ້​ຕົກ​ລົງ​ຢຸດ​ຍິງ​ຫລ້າ​ສຸດນີ້ ໂດຍ​ລັດ​ເຊຍ ແລະ ຕວກກ​ີ ເປັນ​ຜູ້​ໄກ່​ເກ່ຍ ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ກຳ​ລັງ​ລັດ​ຖະ​ບານ​ ຊີ​ຣີ ແລະ ກຸ່ມ​ປະ​ກອ​ບ​ອາ​ວຸດ​ຝ່າຍ​ຄ້ານ 7 ກຸ່ມ ດ້ວຍ​ມື​ປືນປະມານ 60.000 ຄົນ ບໍ່​ລວມ​ມີ ກຸ່ມກໍ່​ການ​ຮ້າຍ “ລັດ​ອິດ​ສະ​ລາ​ມ” ຂະ​ຫນານ​ນາມ​ເອງ (IS)  ແລະ ບັນ​ດາ​ມື​ປືນ​ຂຶ້ນ​ກັບ​ແນວ​ໂຮມ Al Nusra ເກົ່າ ທີ່​ກ່ຽວ​ຂ້ອງ​ເຖິງ​ເຄືອ​ຂ່າຍກໍ່​ການ​ຮ້າຍ​ສາ​ກົນ Al Qeade. ຕາມ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແລ້ວ, ລັດ​ຖະ​ບານ ຊີ​ຣີ ແລະ ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່​ນະ​ຄອນ​ຫລວງ Astana ຂອງ​ກາ​ຢັກ​ສະ​ຖານ​ໂດຍ​ໄວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ສັ່ງ​ຢຸດ​ຍິງນີ້ອາດ​ຈະ​ບໍ່​ປະ​ຕິ​ບັດ​ໄດ້​ຍ້ອນບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ໄກ່​ເກ່ຍ​ຂອງ ອາ​ເມ​ລິ​ກາ . ພາຍ​ຫລັງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 30/12, ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​ລະ​ຫວ່າງ​ກຳ​ລັງ​ລັດ​ຖະ​ບານ ຊີ​ຣີ ແລະ ບັນ​ດາ​ມື​ປືນ​ຝ່າຍ​ຄ້ານ ຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ເຂດ​ຊານ​ນະ​ຄອນ​ຫລວງ Damascus.

 

 

ຂ່າວ/ບົດ​ອື່ນ