ຝ່າຍຄ້ານຢູ່ ຊີຣີ ປະຕິ ເສດຂໍ້ສະເໜີສົນທະນາ ຫາລື ຂອງທູດພິເສດ ສະຫະປະຊາຊາດ

ຝ່າຍຄ້ານຢູ່ ຊີຣີ ປະຕິ ເສດຂໍ້ສະເໜີສົນທະນາ ຫາລື ຂອງທູດພິເສດ ສະຫະປະຊາຊາດ - ảnh 1
ທູດ​ພິ​ເສດ​ສະຫະ​ປະຊາ​ຊາດKofi Annan

(vovworld) - ວັນ​ທີ 8/3, ບັນດາ​ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີ​ດຳ​ເນີນການສົນທະນາ​ຫາລື​ຂອງ​ ທ່ານ ອະດີດ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Kofi Annan, ທູດ​ພິ​ເສດ​ຮ່ວມ​ລະຫວ່າງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ (ຫຼື AL), ພ້ອມ​ກັນ​ນັ້ນ​ກໍ່​ຖື​ວ່າ: ດາ​ມາດ ​ໄດ້​ທຳລາຍ​ແງ່​ຫວັງ​ບັນລຸ​ຂໍ້​ຕົກລົງ​ກັນ​ຜ່ານ​ການ​ເຈລະຈາ. ກ່າວ​ຄຳ​ເຫັນ​ທີ່ ​ເອ​ຢິບ​ກ່ອມ​ທີ່​ໄປ​ຍັງ​ ຊີຣີ​ໃນ​ວັນ​ທີ 10/3, ທ່ານ Annan ​ໃຫ້​ຮູ້​ວ່າ: ຈະ​ຮຽກຮ້ອງ​​ໃຫ້ທ່ານ​ປະທານາທິບໍດີ Bashar Al Assad ​ແລະ ຝ່າຍ​ຄ້ານ​ຢູ່​ຊີຣີ ຢຸດຕິ​ການ​ປະ​ທະ​ກັນ ​ແລະ ພ້ອມ​ກັນ​ຊອກ​ຫາ​ມາດ​ຕະການ​ການ​ເມືອງ​ຜ່ານ​ການ​ສົນທະນາ​ຫາລື. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Hadi Abdullad, ຜູ້​ຕາງ​ໜ້າ​ຂອງ​ຝ່າຍ​ຄ້ານ​ຢູ່ Homs ຖະ​ແຫຼ​ງວ່າ: ຄັດ​ຄ້ານ​ທຸກໆ​​ການ​ສົນທະນາ​ຫາລື​ໃນ​ຂະນະ​ທີ່​ບັນດາ​ລົດ​ຕັງ​ຍັງ​ຍິງ​​ໃສ່​​​ເທດສະບານ​ເມືອງ​ຕ່າງໆ, ສະພາບ​ການ​ທີ່ນອງ​ເລືອດ​ຍັງ​ຄົງ​​ເກີດ​ຂຶ້ນ ​ແລະ ລະບົບ​ໄຟຟ້າ, ນ້ຳ​ປະປາ ​ແລະ ລະບົບ​ຕິດ​ຕໍ່​ສື່ສານ​ຢູ່​ຫຼາຍ​ບ່ອນ​ຍັງ​ຖືກ​ຕັດຂາດພົວພັນ. ກ່ອນ​ໜ້ານັ້ນ , ພັນທະ​ມິດ​ຝ່າຍ​ຄ້ານ​ຕົ້ນ​ຕໍ່​ຂອງ ​ຊີຣີ ​ໄດ້​ປະຕິ​ເສດ​ຄວາມ​ສາມາດ​ສົນທະນາ​ຫາລື​ເມື່ອ​ທ່ານ​ປະທານາທິບໍດີ Asaad ຍັງ​ກຳ​ອຳນາດ​ຢູ່.

        ​ໃນ​ຂະນະ​ນັ້ນ, ຫ້ອງ​ວ່າການ​ອົງການສົມທົບ​ກັນ​ຊ່ວຍ​ເຫຼືອ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ: ​ໄດ້​ກະກຽມທັນ​ຍາ​ຫານ​ຢ່າງ​ພຽງພໍ​ໃຫ້​ແກ່​ປະຊາຊົນ​ຊີຣີ ປະ​ມານ 1,5 ລ້ານ​ຄົນ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ແຜນການ​ຮີບ​ດ່ວນ 90 ວັນ​ເພື່ອ​ໜູນ​ຊ່ວຍ​​ຜູ້​ຂາ​ດ​ແຄນ​ທັນ​ຍາ​ຫານ​ພາຍຫຼັງ​ເກືອບ 1 ປີ ​ເກີດ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ