ຝ່າຍຄ້ານຢູ່ຊີຣີນາບຂູ່ຈະຖອນອອກຈາກການເຈລະຈາສັນຕິພາບ

ຝ່າຍຄ້ານຢູ່ຊີຣີນາບຂູ່ຈະຖອນອອກຈາກການເຈລະຈາສັນຕິພາບ - ảnh 1
ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ HNC
(ພາບ: THX/TTXVN)


(vovworld) - ​ວັນ​ທີ 17/04, ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຂັ້ນ​ສ​ູງ (HNC), ຕາງ​ໜ້າ​ໃຫ້​ພັນ​ທະ​ມິດ​ລວມມ​ີ​ຫຼາຍ​ກຸ່ມ​ຝ່າຍ​ຄ້ານ​ຢູ່​ຊີ​ຣີ ໄດ້​ນາບ​ຂູ່​ວ່າ ຈະ​ຢຸດ​ຕິ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ຖ້າ​ຫາກບໍ່​ເຫັນ​ຄວາມ​ກ້າວ​ໜ້າ​ໃນ​ການກໍ່​ສ້າງ​ລັດ​ຖະ​ບານສືບ​ທອດ. ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ HNC ໃຫ້​ຮູ້​ວ່າ, ບັນ​ດາ​ການ​ເຈ​ລະ​ຈາ​ທາງ​ອ້ອມ​ອາດ​ຈະ​ຖ​ືກ​ປະ​ຊາ​ໄຊ​ຖ້າ​ຫາກອ​ຳ​ນາດ​ການ​ປົກ​ຄອງ Damascus ປະ​ຕິ​ເສດ​ຍົກ​ອອກ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ບັນ​ຫາ​ການ​ເມືອງ ແລະ ມະ​ນຸດ​ສະ​ທຳ. ຮອບ​ເຈ​ລະ​ຈາ​ຄັ້ງ​ໃໝ່​ກ່ຽວ​ກັບ​ສັນ​ຕິ​ພາບ​ຊີ​ຣີ ໄດ້​ຮັບ​ການ​ເຊື່ອມ​ຕໍ່​ໃນ​ອາ​ທິດ​ກ່ອນ​ຢູ່​ເຊີ​ແນວ. ຄວາມ​ບໍ​່​ລົງ​ລອຍ​ກັນ​ໃຫຍ່​ຫຼວງ​ທີ່​ສຸ​ດ​ທີ່​ກີດ​ຂວາງ​ການ​ເຈ​ລະ​ຈາ​ແມ່ນ​ອະ​ນາ​ຄົດ​​ດ້ານການ​ເມືອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Bashar Al Assad. ອຳ​ນາດ​ການ​ປົກ​ຄອງ​ຊີ​​ຣີ ຢືນ​ຢັນ​ວ່າ​ຈະ​ບໍ່​ເຈ​ລະ​ຈາ ແລະ ບໍ່​ປະ​ນີ​ປະ​ນອມ​ກ່ຽວ​ກັບ​ບັນ​ຫານີ້.

ຂ່າວ/ບົດ​ອື່ນ