ຝ່າຍຕ່າງໆພ້ອມແລ້ວທີ່ດຳເນີນການເຈລະຈາສັນຕິພາບກ່ຽວກັບຊີຣີຄັ້ງຕໍ່ໄປ

(VOVWORLD) - ຮອບເຈລະຈາສັນຕິພາບຄັ້ງຕໍ່ໄປກ່ຽວກັບບັນຫາຊີຣີ ຄາດວ່າຈະໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ Astana ຂອງປະເທດ ກາຢັກສະຖານ ໃນວັນທີ 12 -13 ມິຖຸນາ. 

ຝ່າຍຕ່າງໆພ້ອມແລ້ວທີ່ດຳເນີນການເຈລະຈາສັນຕິພາບກ່ຽວກັບຊີຣີຄັ້ງຕໍ່ໄປ - ảnh 1

ທ່ານ Staffan de Mistura, ທູດພິເສດຂອງສະຫະປະຊາຊາດກ່ຽວກັບ ຊີຣີ  

(ພາບ: AFP/TTXVN)

ກ່ອນໜ້ານັ້ນ, ທ່ານ Staffan de Mistura, ທູດພິເສດຂອງສະຫະປະຊາຊາດກ່ຽວກັບ ຊີຣີ ໃຫ້ຮູ້ວ່າ: ການເຈລະຈາສັນຕິພາບຂັ້ນນັກວິຊາການຈະມາເຖິງຈະປຶກສາຫາລືກ່ຽວກັບບັນດາບັນຫາ, ໃນນັ້ນມີທັງບັນຫາທີ່ຫຍຸ້ງຍາກແມ່ນລັດຖະທຳມະນູນສະບັບໃໝ່.

        ໃນຂອບເຂດການເຈລະຈາສັນຕິພາບຄັ້ງທີ 4 ຢູ່ Astana ເມື່ອວັນທີ 4 ພຶດສະພາຜ່ານມາ, ລັດເຊຍ, ອີຣານ ແລະ ຕວກກີ ໄດ້ເຊັນຂໍ້ຕົກລົງເພື່ອແນໃສ່ສ້າງຕັ້ງ “4 ເຂດຫລຸດຜ່ອນຄວາມເຄັ່ງຕຶງ” ຢູ່ ຊີຣີ. ປະຈຸບັນ, ມີຄວາມວິຕົກວັງວົນຫຼາຍຢ່າງກ່ຽວກັບລະດັບຄວາມໄວຂອງວິວັດທະນາການສັນຕິພາບຢູ່ ຊີີຣີ ແລະ ສະພາຄວາມໝັ້ນຄົງ ສປຊ ພວມຄິດໄລ່ຊັ່ງຊາວ່າ ຄວນສະໜັບສະໜູນຂໍ້ຕົກລົງໃໝ່ທີ່ບັນລຸໄດ້ລະຫວ່າງລັດເຊຍ, ອີຣານ ແລະ ຕວກກີ ເພື່ອສ້າງຕັ້ງເຂດຢຸດຍິງຢູ່ ຊີຣີ ຫຼືບໍ່?.

ຕອບກັບ

ຂ່າວ/ບົດ​ອື່ນ