ຝ່າຍ​ຕ່າງໆ​ຢູ່ ຊູ​ດັງ ເຫັນ​ດີ​ຈະ​ຢຸດ​ຍິງ ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ

(VOVWORLD) - ນັບແຕ່ເດືອນເມສາທີ່ຜ່ານມາ, ການປະທະກັນລະຫວ່າງທະຫານ ຊູດັງ ແລະ ກຳລັງໜູນຊ່ວຍສຸກເສີນ (RSF)  ໄດ້ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 1800 ຄົນ, ປະມານ 1.2 ລ້ານຄົນຕ້ອງໄປລີ້ໄພຢູ່ເຂດອື່ນ .
ຝ່າຍ​ຕ່າງໆ​ຢູ່ ຊູ​ດັງ ເຫັນ​ດີ​ຈະ​ຢຸດ​ຍິງ ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ - ảnh 1

 ປຊຊ ຍົກຍ້າຍໃນເສັ້ນທາງໜຶ່ງຢູ່ນະຄອນຫຼວງ Khartoum, Sudan ເມື່ອວັນທີ 9/6/2023. (ພາບ: AFP/TTXVN)

   ວັນທີ 9 ມິຖຸນາ, ອາຣາບີ ຊາອຸດີ ແລະ ອາເມລິກາ ປະກາດວ່າ ບັນດາຝ່າຍຕາງໜ້າຂອງກຳລັງປະກອບອາວຸດ ຊູດັງ (SAF)  ແລະ ກຳລັງໜູນຊ່ວຍສຸກເສີນ (RSF)  ເຄິ່ງທະຫານ ຝ່າຍຄ້ານຢູ່ ຊູດັງ ໄດ້ເຫັນດີຈະປະຕິບັດຄຳສັ່ງຢຸດຍິງໃນທົ່ວປະເທດ ໃນຮອບເວລາ 24 ຊົ່ວໂມງ, ນັບແຕ່ 6 ໂມງຂອງວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ).

   ກ່ອນໜ້ານັ້ນ, ວັນທີ 9 ມິຖຸນາ, ບັນດາຝ່າຍເຂົ້າຮ່ວມການຕໍ່ສູ້ຢູ່ ຊູດັງ ໄດ້ເລີ່ມເຊື່ອມຕໍ່ການເຈລະຈາຢຸດຍິງຄັ້ງຕ່າງໆ ໂດຍ ອາຣາບີ ຊາອຸດີ ແລະ ອາເມລິກາ ໜູນຫຼັງ ໃນສະພາບການທີ່ບັນດາການປະທະກັນ ຍັງສືບຕໍ່ເກີດຂຶ້ນທັງຢູ່ທາງອາກາດ ແລະ ທາງບົກຢູ່ນະຄອນຫຼວງ Khartoum ຂອງຊູດັງ.

  ນັບແຕ່ເດືອນເມສາທີ່ຜ່ານມາ, ການປະທະກັນລະຫວ່າງທະຫານ ຊູດັງ ແລະ ກຳລັງໜູນຊ່ວຍສຸກເສີນ (RSF)  ໄດ້ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 1800 ຄົນ, ປະມານ 1.2 ລ້ານຄົນຕ້ອງໄປລີ້ໄພຢູ່ເຂດອື່ນ ແລະ 400.000 ຄົນຕ້ອງຍົກຍ້າຍໄປບັນດາປະເທດບ້ານໃກ້ເຮືອນຄຽງ. ຕາມ ສປຊ ແລ້ວ, ປະຊາຊົນ ຊູດັງ ປະມານ 25 ລ້ານຄົນຕ້ອງໄດ້ຮັບການໜູນຊ່ວຍ ແລະ ປົກປ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ