ຝ່າຍຕ່າງໆເຂົ້າຮ່ວມ ກຸ່ມສຳພັດກ່ຽວກັບ ຢູແກຼນບັນລຸໄດ້ ຂໍ້ຕົກລົງຢຸດຍິງ ໂດຍທັນທີ່


ຝ່າຍຕ່າງໆເຂົ້າຮ່ວມ ກຸ່ມສຳພັດກ່ຽວກັບ ຢູແກຼນບັນລຸໄດ້ ຂໍ້ຕົກລົງຢຸດຍິງ ໂດຍທັນທີ່ - ảnh 1
​(
ພາບ: http://vtv.vn/)

(vovworld) -​​ ຝ່າຍ​ຕ່າງໆ​ເຂົ້າຮ່ວມ​ການ​ປະຊຸມ​ຂອງ​ກຸ່ມ​ສຳ​ພັດ​ກ່ຽວ​ກັບ​ຢູ​ແກຼນ​ໃນວັນ​ທີ 5/9 ຢູ່​ນະຄອນຫຼວງ Minsk ຂອງ Belarus ​ໄດ້​ເຊັນ​ອະນຸ​ສັນຍາ​ກ່ຽວ​ກັບ​ແຜນການ​ແກ້​ໄຂ​ການ​ປະ​ທະ​ກັນ​ໂດຍສັນຕິວິທີ​ຊື່​ງລວມມີ 12 ຈຸດ, ​ໃນນັ້ນ, ສຳຄັນ​ທີ່​ສຸດ​ແມ່ນ​ການ​ຢຸດ​ຍິງ​ໂດຍ​ທັນ​ທີ່. ທ່ານ Alexander Zakharchenco ຜູ້ນຳ​ໜ້າ​ອຳນາດ​ການ​ປົກຄອງ​ສາ​ທາ​ລະນະ​ລັດ ປຊຊ Donesk ​ເນັ້ນນັກ​ວ່າ: ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ຊ່ວຍ​ກູ້​ເອົາ​ຊີວິດ​ມະນຸດ​ໃນ​ຂະ​ນະ​ທີ່​ທ່ານ Igor Plotniskyi ຜູ້ນ​ຳອຳນາດ​ການ​ປົກຄອງ​ສາ​ທາ​ລະນະ​ລັດ ປຊຊ Lugansk ປະກາດ​ວ່າ: ​ເນື້ອ​ໃນ​ໃນ​ອະນຸ​ສັນຍາ​ສະບັບ​ນີ້ສ່ວນ​ຫຼາຍ​ໄດ້​ຕອບ​ສະໜອງບັນດາຄຳ​ຮຽກຮ້ອງຂອງ Lugansk ​ແຕ່​ທ່ານ​ຍັງ​ເນັ້ນໜັກ​ວ່າ ການຢຸດ​ຍິງບໍ່​ໝາຍຄວາມ​ວ່າ​ປ່ຽນ​ແປງ​ນະ​ໂຍບາຍ​ແຍກ​ອອກ​ຈາກ​ຢູ​ແກຼນ. ພາຍຫຼັງ​ຄຳ​ປະກາດ​ດັ່ງກ່າວ​ຖືກ​ຍົກ​ອອ​ກມາ, ປະທານາທິບໍດີ​ຢູ​ແກຼນ Petro Poroshenko ​ໄດ້​ອອກ​ຄຳສັ່ງ​ໃຫ້​ເສນາ​ທິການ​ໃຫ່ຍກອງທັບ​ຢູ​ແກຼນ ຕ້ອງຢຸດຍິງ​ນັບ​ແຕ່​ເວລາ 18 ​ໂມງ​ຂອງວັນທີ 5/9 ຕາມ​ເວລາ​ທ້ອງ​ຖິ່ນ./.

ຂ່າວ/ບົດ​ອື່ນ