ຝ່າຍຕາເວັນຕົກລະແວງສົງໃສ ອີຣານເປີດກວ້າງ ພື້ນຖານນິວຄະເລຍ

ຝ່າຍຕາເວັນຕົກລະແວງສົງໃສ ອີຣານເປີດກວ້າງ ພື້ນຖານນິວຄະເລຍ - ảnh 1
( ພາບປະກອບຈາກອີນເຕີແນດ )

(vovworld) - ບັນດາ​ແຫຼ່ງຂ່າວ​ການ​ທູດ​ໃນ​ວັນ​ທີ 23/8 ​ໃຫ້​ຮູ້​ວ່າ, ອີ​ຣານ​ຫາ​ກໍ່​ຕິດ​ຕັ້ງ​​ໂຮງງານ​ເສີມ​ທາດ ຢູຮາ​ນຽມ ​ຕື່ມ​ອີກ​ຫຼາຍ​ແຫ່ງ​ຢູ່​ຮາກ​ຖານ​ນິວຄະ​ເລຍ​ Pordow. ການ​ກະທຳ​ດັ່ງກ່າວ​ອາດ​ຈະ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ເສີມ​ທາດ ຢູຮາ​ນຽມ ​ເຊິ່ງຝ່າຍ​ຕາ​ເວັນ​ຕົກ​ລະ​ແວງ​ສົງ​ໃສ​ວ່າ ​ເພື່ອ​ແນ​ໃສ່​ຜະ​ລິດ​ລະ​ເບີດ​ນິວຄະ​ເລຍ. ປະຈຸ​ບັນ, ອີ​ຣານ​ຍັງ​ບໍ່​ທັນ​ມີ​ຄຳ​ວິຈານ​​ໃດໆກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ດັ່ງກ່າວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກ່ອນ​ໜ້າ​ນັ້ນ, ປະ​ເທດ​ນີ້​ໄດ້​ປະຕິ​ເສດ​ບັນດາ​ຄຳ​ກ່າວ​ຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ທົດ​ລອງ​ນິວຄະ​ເລຍ​ຢູ່ Parchin  ​ແລະ ຢັ້ງຢືນ​ວ່ານີ້​ພຽງ​ແຕ່​ແມ່ນ​ຖານ​ທີ່​ໝັ້ນ​ການ​ທະຫານ​ທຳ​ມະ​ດາ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ