ຝ່າຍອິດຊະລາມຢູ່ອີຢີບ ປຸກລະດົມການແຫ່ ຂະບວນປະທ້ວງຄັ້ງໃໝ່

ຝ່າຍອິດຊະລາມຢູ່ອີຢີບ ປຸກລະດົມການແຫ່ ຂະບວນປະທ້ວງຄັ້ງໃໝ່ - ảnh 1
​ (ພາບ: AFP-TTXVN)

(vovworld)-​​​​ ​ ​ ວັນ​ທີ 24/10,  ຝ່າຍ​ອິດ​ຊະລາມ​ຢູ່​ອີ​ຢີບ ​ໄດ້ປຸກລະດົມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ໃໝ່ທີ່​ແກ່ຍາວ​ຮອດ​ວັນ​ທີ 4/11 ຈະ​ມາ​ເຖິງ​ ໃນ​ສະພາບ​ການທີ່​ນັກ​ສື​ກສາ​ຂອງບັນດາ​ມະຫາວິທະຍາ​ໄລ​ເພີ່ມ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຕໍ່ສູ້ຮຽກຮ້ອງ​ໃຫ້​ຟື້ນ​ຟູ​ຕຳ​ແໜ່​ງ​ໃຫ້​ແກ່​ປະທານາທິບໍດີ​ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ, ທ່ານ Mohamed Morsi. ພັນທະ​ພາບ​ແຫ່ງ​ຊາດ​ສະໜັບສະໜູນ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ (NASL), ກຳລັງ​ໂດຍ​ອົ​ງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ (MB) ນຳ​ໜ້າ, ​ໄດ້​ເຕົ້າ​ໂຮມ 34 ພັກ​ຝ່າຍ ​ແລະ ຂະ​ບວນການ​ສະໜັບສະໜູນ​ທ່ານ Mohamed Morsi ​ຮຽກຮ້ອງ​ໃຫ້ ປຊຊ ​ເຂົ້າຮ່ວມ​ການ​ເດີນ​ຂະ​ບວນ​ປະ​ທ້ວງໃນ​ວັນ​ທີ 25/10 ຢູ່​ນະຄອນຫຼວງ​ກາຍ​ໂຣ ​ແລະ ​ເຂດ​ອ້ອມ​ແອ້ມ Giza ​ເພື່ອ​ແນ​ໃສ່​ຄັດ​ຄ້ານ​ການ​ບຸກ​ໂຈມ​ຕີຄັ້ງຕ່າງໆ​ຂອງ​ອິດສະຣາ​ແອນ ​ແນ່​ໃສ່​ໂບດ​ອິດ​ຊະລາ​ມ Al Aqsa ຢູ່Jeruxalem ຕາ​ເວັນ​ອອກ ກໍ່​ຄື​ຢູ່​ແຫຼມ Sinai ຂອງ​ອີ​ຢີບ.

   ​ໃນ​ຖະ​ແຫຼ​ງການ, NASL ຮຽກຮ້ອງ​ການ​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ມີ​ຂອບ​ຂະໜາດໃຫ່ຍ​ໃນ​ວັນ​ທີ 4/11 ຈະ​ມາ​ເຖິງ ຊື່ງ​ຄາດ​ວ່າແມ່ນ​ຈຸດ​ເວລາ​ດຳ​ເນີນ​ສານ​ພິພາກສາ​ທ່ານ Mohamed Morsi ​ແລະ ຫົວ​ໂປ່​ຈຳນວນ​ໜຶ່ງ​ຂອງ MB. ​ NASL ຢືນຢັນ​ວ່າ: ວັນ​ທີ 4/11 ຈະ​ແມ່ນ ​ເຫດການ​ທີ່ “ບໍ່​ເຄີຍ​ມີ​ມາ​ກ່ອນ​​ໃນປະຫວັດສາດ​​ປະຕິວັດ“ ດ້ວຍ​ການ​ແຫ່​ຂະ​ບວນປະ​ທ້ວງຫຼາຍ​ຄັ້ງ./.

 

ຂ່າວ/ບົດ​ອື່ນ