ຝ່າຍອິດສະລາມ ຢູ່ອີຍີບ ສືບຕໍ່ແຫ່ຂະບວນປະທ້ວງເພື່ອສະໜັບສະໜູນທ່ານ Morsi

ຝ່າຍອິດສະລາມ ຢູ່ອີຍີບ ສືບຕໍ່ແຫ່ຂະບວນປະທ້ວງເພື່ອສະໜັບສະໜູນທ່ານ Morsi - ảnh 1
(ພາບປະກອບ: Reuters)

(vovworld) - ວັນ​ທີ 10 ກັນຍາ, ມີ​ປະຊາຊົນ​ນັບ​ພັນ​ຄົນ​ທີ່​ສະໜັບສະໜູນ​ປະທານາທິບໍດີຜູ້ຖືກ​ໂຄ່ນ​ລົ້ມ Mohamed Morsi, ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ໃຈກາງ​ນະຄອນ ກາຍ​ໂຣ ​ແລະ ບາງ​ແຂວງ, ນະຄອນ​ອື່ນ​ອີກ. ດ້ວຍ​ຄຳ​ຂວັນ​ທີ່​ວ່າ “ສະ​ໜັບສະ​ໜູນກຽດ​ສັກ​ສີ ​ແລະ ຄວາມ​ເສລີ​ຂອງ​ແມ່ຍິງ​ອີ​ຍີບ”, ການ​ແຫ່​ຂະ​ບວນ​ປະ​ທ້ວງເພື່ອ​ແນ​ໃສ່​ຟື້ນ​ຟູ​ຕຳ​ແໜ່​ງ​ໃຫ້​ທ່ານ Morsi, ກໍ່​ຄື​ຄັດ​ຄ້ານ​ເລື່ອງ “​ຈັບ​ຕົວ ​ແລະ ລອບສັງຫານ” ບັນດາ​ແມ່ຍິງ​ທີ່​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ເພື່ອ​ສັນຕິພາບ. ນີ້​ແມ່ນ​ຄັ້ງທຳ​ອິດ​ນັບ​ແຕ່​ການ​ປະ​ທະ​ກັນ​​ທີ່​ນອງ​ເລືອດ​ໃນ​ກາງ​ເດືອນ ສິງຫາ ຜ່ານ​ມາ, ຝ່າຍ​ອິດສະ​ລາມ ຈັດການ​ແຫ່​ຂະ​ບວນປະ​ທ້ວງ ຢູ່​ໃຈກາງ​ນະຄອນ​ກາຍ​ໂຣ ​ເຊິ່ງ​ແມ່ນ​ສະຖານ​ທີ່​ທີ່​ຕຳຫຼວດ ​ແລະ ກອງທັບ​​ເວັ້ນຍາມ​ຢ່າງ​​ເຄັ່ງ​ຄັດ. ກ່ອນ​ຈຸດ​ເວລາ​ທີ່​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ນີ້, ກອງທັບ ​ແລະ ຕຳຫຼວດ​ໄດ້​ຖືກ​ຕັ້ງ​ໃນ​ສະພາວະ​ສຸກ​ເສີນ. ຕຳຫຼວດສະ​ເພາະ​ກິດ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບສູນ​ກາງ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຈຳນວນ​ຫຼາຍ​ຢູ່​ອ້ອມ​ສະໜາມ​ຫຼວງ Talaat Harb, ຫ່າງ​ຈາກ​ສະໜາມ​ຫຼວງ Tahrir ຢູ່​ນະຄອນຫຼວງ ກາຍ​ໂຣ ປະມານ 1 ກມ. ​ໃນ​ຂະນະ​ນັ້ນ, ກຳລັງ​ທະຫານ ​ແລະ ລົດຫຸ້ມ​ເກາະ​ສືບ​ຕໍ່​ຮັກສາ​ບັນດາ​ເສັ້ນທາງ​ພາ​ໄປ​ເຖິງ​ສະໜາມ​ຫຼວງ Tahrir ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ບັນດາ​ຜູ້​ສະໜັບ​ສະ​ໜູນ​ທ່ານ Morsi ຢືດ​ເອົາ​ສະຖານ​ທີ່​ທີ່ມີ​ລັກສະນະສັນຍາ​ລັກ​ນີ້.
ຂ່າວ/ບົດ​ອື່ນ