ຝູເທາະ ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວມາເຂົ້າຮ່ວມວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2019

(VOVWORLD) - ຍັງອີກແຕ່ 2 – 3 ວັນເທົ່ານັ້ນ, ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ, ວັນບຸນວິຫານຮຸ່ງປີ 2019 ກໍ່ຈະໄຂຂຶ້ນຢ່າງເປັນທາງການ. ບັນດາການເຄື່ອນໄຫວວັດທະນະທຳຈະໄດ້ຈັດຕັ້ງໃນຂອບຂະໜາດກ້ວາງຂວາງໄປທົ່ວບໍລິເວນແຂວງ. ມາຮອດປັດຈຸບັນ, ວຽກງານກະກຽມໃຫ້ແກ່ພິທີບູຊາເຈົ້າຊີວິດຮຸ່ງ, ວັນບຸນວິຫານຮຸ່ງໄດ້ສຳເລັດໂດຍພື້ນຖານ.
ຝູເທາະ ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວມາເຂົ້າຮ່ວມວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2019 - ảnh 1 ຝູເທາະ ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວມາເຂົ້າຮ່ວມວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2019

ເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວເຂົ້າຮ່ວມວັນບຸນຢ່າງສຸດຂີດ, ປີນີ້, ເປັນຄັ້ງທຳອິດທີ່ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ຝູເທາະ ໄດ້ສ້າງສຳເລັດ   ຊອັບແວທີ່ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານກ່ຽວກັບວິຫານຮຸ່ງ ແນໃສ່ແນະນຳໃຫ້ພໍ່ແມ່ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຈູດທູບຢູ່ວິຫານຮຸ່ງ. ທ່ານ ຈິ້ງຮຸ່ງເຊີນ ຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ຝູເທາະ ໃຫ້ຮູ້ວ່າ:

        “ພະແນກຖະແຫຼງຂ່າວ ແລະ ສື່ສານ ແລະ ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງໄດ້ສົມທົບກັນສ້າງໂປແກຼມໃຊ້ໃນໂທລະສັບມືຖືທັນສະໄໝ ເພື່ອຊ່ວຍໃຫ້ປະຊາຊົນເມື່ອມາເຂົ້າຮ່ວມວັນບຸນວິຫານຮຸ່ງ ໄດ້ຮັບການແນະນຳຈະລາຈອນ, ແນະນຳການປະຕິບັດທຳພິທີຖືກຕາມຂໍ້ກຳນົດ. ພິເສດ, ສຳລັບໂປແກຼມນີ້, ປະຊາຊົນໃນທົ່ວປະເທດ ສາມາດຕິດຕາມບັນດາການເຄື່ອນໄຫວຂອງວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ແລະ ບັນດາຄຸນຄ່າປະຫວັດສາດຂອງວິຫານ, ວັດຕ່າງໆໃນເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ. ສຳລັບໂປແກຼມນີ້ ເມື່ອເຂົ້າຮ່ວມວັນບຸນວິຫານຮຸ່ງ ປະຊາຊົນສາມາດເບິ່ງເນື້ອໃນກ່ອນ ແລະ ອາດຈະເລືອກເອົາວັນ, ເວລາທີ່ເໝາະສົມເພື່ອເຂົ້າຮ່ວມວັນບຸນວິຫານຮຸ່ງ.”

ຝູເທາະ ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວມາເຂົ້າຮ່ວມວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2019 - ảnh 2 ຝູເທາະ ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວມາເຂົ້າຮ່ວມວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2019

ຕອບກັບ

ຂ່າວ/ບົດ​ອື່ນ