ພັກ CPP ປະຕິເສດ ການຮ່ວມມືກັບ NEC ເພື່ອສໍ້ໂກງການເລືອກຕັ້ງຢູ່ກຳປູເຈຍ

ພັກ CPP ປະຕິເສດ ການຮ່ວມມືກັບ NEC ເພື່ອສໍ້ໂກງການເລືອກຕັ້ງຢູ່ກຳປູເຈຍ - ảnh 1
ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen
(ພາບ: TTXVN)


(vovworld) - ຕອນ​ຄໍ່າ​ວັນ​ທີ 19 ສິງຫາ, ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hun Sen ​ໄດ້​ອອກ​ຖະ​ແຫຼ​ງປະຕິ​ເສດ​ບັນດາ​ຄຳ​ກ່າວ​ຫາຂອງ​ພັກ​ກູ້​ຊາດ​ກຳ​ປູ​ເຈຍ (CNRP) ຝ່າຍ​ຄ້ານ ​ໂດ​ຍຖື​ວ່າ CPP ​ໄດ້ຮ່ວມ​ມືກັບ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ NEC ​ເພື່ອ​ສໍ້​ໂກງ​ການ​ເລືອກ​ຕັ້ງ​. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ “ມີ​ບາງຂໍ້ກ່າວ​ຫາ​ໂດຍ​ຖື​ວ່າ CPP ​ໄດ້​ຮ່ວມ​ມືກັບ NEC ​ເພື່ອ​ສໍ້​ໂກງ​ການ​ເລືອກ​ຕັ້ງ​ແມ່ນ​ບັນດາ​ຂໍ້ກ່າວ​ຫາ​ບໍ່​ມີ​ຫຼັກ​ຖານ ​ແລະ ຕັ້ງ​ໃຈ​ເຮັ​ດ​ໃຫ້ຫາ​ງສຽງ​ເຂົ້າ​ໃຈ​ຜິດກ່ຽວ​ກັບ​ວິວັດ​ການ​ເລືອກ​ຕັ້ງ​ຢູ່ກຳ​ປູ​ເຈຍ. CPP ຕັດສິນ​ໃຈ​ປະຕິ​ເສດ​ບັນດາ​ຂໍ້ກ່າວ​ຫາ​ດັ່ງກ່າວ”. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ CNRP ຂອງຜູ້ນຳ​ພັກ​ຝ່າຍ​ຄ້ານ Sam Rainsy ​ໄດ້​ອອກ​ຄຳ​ກ່າວ​ຫາຢ່າງ​ລຽນ​ຕິດ​ວ່າ NEC ຖືກ CPP ຄວບ​ຄຸມ ​ແລ​ະ ສໍ້​​ໂກງ​ບັດ​ເລືອກ​ຕັ້ງ​ໃຫ້​ແກ່ CPP ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຊຸດ​ທີ 5 ​ໃນ​ວັນ​ທີ 28 ກໍລະກົດ ​ຜ່ານ​ມາ. ຕາມ​ໝາກຜົນ​ເບືອ​ງຕົ້ນ​ແຫ່ງ​ການ​ເລືອກ​ຕັ້ງ, CPP ຍາດ​ໄດ້ 68 ​ໃນ​ຈຳນວນ 123 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ, ​ໃນ​ຂະນະ​ທີ່ CNRP ຍາດ​ໄດ້ 55 ທີ່​ນັ່ງ ທີ່​ຍັງ​ເຫຼືອ. ​ແຕ່ CNRP ບໍ່​ຍອມ​ຮັບ​ໝາກຜົນ​ການ​ເລືອກ​ຕັ້ງ ​ແລະ​ຖື​ວ່າ ມີ​ບັນດາການລະ​ເມີດ​ໃນ​ວິວັດ​ການ​ເລືອກ​ຕັ້ງ. CNRP ຍັງຖື​ວ່າ ພັກ​ນີ້​ຈະ​ຍາດ​ໄດ້ 63 ທີ່​ນັ່ງ, ສ່ວນ CPP ຍາດ​ໄດ້​ພຽງ 60 ທີ່​ນັ່ງ ຖ້າຫາກ​ຄະນະ​ກຳມະການ​ສືບສວນ​ເອກະລາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ເພື່ອ​ກວດກາ​ບັນດາ​ຄຳ​ກ່າວ​ຫາ​ລະ​ເມີດ​ໃນ​ການ​ເລືອກ​ຕັ້ງ. ​ແຕ່​ວ່າ, CPP ຄັດຄ້ານ​ຄວາມ​ຮຽກຮ້ອງ​ຂອງ CNRP ​ແລະ ຊີ້​ແຈ້ງວ່າ ບໍ່​ສາມາດ​ສ້າງ​ຕັ້ງ​ຄະນະ​ສືບສວນ​ການ​ເລືອກ​ຕັ້ງ​ໃດໆ ຖ້າ​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ NEC ຍ້ອນ​ລະ​ເມີດ​ກົດໝາຍ​ຂອງ​ກຳປູ​ເຈຍ. ທ່ານ​ນາຍົກລັດຖະມົນ​ຕີ Hun Sen ຢືນຢັນ​ວ່າ ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ໃໝ່​ຍັງ​ຄົງຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຕາມ​ກົດໝາຍ ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ຂອງ​ພັກ​ຝ່າຍ​ຄ້ານ.

ຂ່າວ/ບົດ​ອື່ນ