ພັກ, ລັດ ຫວຽດນາມ ຍາມ​ໃດ​ກໍ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ

(VOVWORLD) -    ຕອນບ່າຍວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບນັກຮົບເກົ່າ ທະຫານພິເສດ - ເຊິ່ງເປັນຜູ້ຄົນທີ່ໄດ້ມີການອຸທິດສ່ວນຫຼາຍຢ່າງໃຫ້ແກ່ພາລະກິດຕໍ່ສູ້ປົດປ່່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.
ພັກ, ລັດ ຫວຽດນາມ ຍາມ​ໃດ​ກໍ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ການພົບປະ

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຈົດຈໍາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ການເສຍສະຫຼະ, ການອຸທິດສ່ວນອັນໃຫຍ່ຫຼວງ ຂອງນັກຮົບເກົ່າຫວຽດນາມລຸ້ນຕ່າງໆ ໃນສົງຄາມຕໍ່ຕ້ານຕ້ານສັດຕູຜູ້ຮຸກຮານຄັ້ງຕ່າງໆ, ໃນການປະຕິບັດໜ້າທີ່ສາກົນ ແລະ ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ພັກ, ລັດ ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລ, ປະຕິບັດວຽກງານຮັບປະກັນສິດແລະຜົນປະໂຫຍດຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດເປັນຢ່າງດີ, ໃນນັ້ນ ມີການປະຕິບັດນະໂຍບາຍສໍາລັບນັກຮົບເກົ່າ ກໍຄື ການເຄື່ອນໄຫວຂອງບັນດາສະຫະສະມາຄົມ, ອົງການຈັດຕັ້ງຂຶ້ນກັບສະມາຄົມນັກຮົບເກົ່າຫວຽດນາມ. ບັນດາແຜນນະໂຍບາຍ, ນະໂຍບາຍບຸລິມະສິດສໍາລັບຜູ້ມີຄຸນງາມຄວາມດີ ກໍໄດ້ຮັບການປະກາດໃຊ້. 

ຕອບກັບ

ຂ່າວ/ບົດ​ອື່ນ