ພັກ, ລັດ ຫວຽດ​ນາມ ຖ​ື​ການ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​​ອັ​ນເລິກ​ເຊິ່ງກ້​ວາງ​ຂວາງ ​ລະ​ຫວ​່າງ ຫວຽດ​ນາມ - ຍີ່​ປຸ່ນ ເປັນ​ສຳ​ຄັນ

(VOVWORLD) - ວັນທີ 18 ພະຈິກ, ທີ່ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ Takebe Tsutomu ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ຍີ່ປຸ່ນ - ຫວຽດນາມ ທີ່ມີການປະຕິບັດວຽກງານຢູ່ ຫວຽດນາມ.
ພັກ, ລັດ ຫວຽດ​ນາມ ຖ​ື​ການ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​​ອັ​ນເລິກ​ເຊິ່ງກ້​ວາງ​ຂວາງ ​ລະ​ຫວ​່າງ ຫວຽດ​ນາມ - ຍີ່​ປຸ່ນ ເປັນ​ສຳ​ຄັນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ Takebe Tsutomu ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ຍີ່ປຸ່ນ - ຫວຽດນາມ (ພາບ: TTXVN)

ທີ່ການພົບປະສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ການແບ່ງປັນບົດຮຽນ ແລະ ຖ່າຍທອດເຕັກໂນໂລຢີໃນຂົງເຂດກະສິກຳ.

        ທ່ານ Takebe Tsutomu ແຈ້ງໃຫ້ຊາບວ່າ: ໃນເດືອນມັງກອນ 2020, ທ່ານ Nikai Toshihiro ເລຂາທິການໃຫຍ່ພັກປະຊາທິປະໄຕເສລີພາບ, ປະທານສະຫະພັນ ສະມາຊິກລັດຖະສະພາ ຍີ່ປຸ່ນ - ຫວຽດນາມຈະມາຢ້ຽມຢາມ, ພົບປະກັບບັນດາອົງການຂອງລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຄົມ ວິສາຫະກິດ ຫວຽດນາມ ຢູ່ດ່ານັ້ງ, ເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ. ພ້ອມທັງສະແດງຄວາມປາດຖະໜາວ່າລັດຖະບານ ຫວຽດນາມຈະສ້າງເງື່ອນໄຂເພື່ອຊຸກຍູ້ໂຄງການລົງທຶນກໍ່ສ້າງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ.

        ສ່ວນທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກ້ວາງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເປັນສຳຄັນ, ຊົມເຊີຍການຢ້ຽມຢາມຄັ້ງຈະມາເຖິງຂອງຄະນະຜູ້ແທນຍີ່ປຸ່ນ. ກ່ຽວກັບຂໍ້ສະເໜີສ້າງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ການນຳລັດຖະບານ ຫວຽດນາມ ປາດຖະໜາຢາກໂຄງການຈະກາຍເປັນສັນຍະລັກໃນການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນເວົ້າລວມ ແລະ ການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ