ພັກ, ລັດ ຫວຽດນາມ ເອົາໃຈໃສ່ເບິ່ງແຍງດູແລ ໃຫ້ແກ່ປະຊາຊົນຊົນເຜົ່າສ່ວນຫນ້ອຍ

 ພັກ, ລັດ ຫວຽດນາມ ເອົາໃຈໃສ່ເບິ່ງແຍງດູແລ    ໃຫ້ແກ່ປະຊາຊົນຊົນເຜົ່າສ່ວນຫນ້ອຍ - ảnh 1
ທ່ານນາງ Tong Thi Phong ຕ້ອນຮັບ​ຄະນະ​ຜູ້​ແທນ​
ຜູ້​ທີ່​​ມີ​ອິດ​ທິພົນ​ຊື່​ສຽງໃນ​ວົງ​ຄະນາ​ຍາດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ​
ພາບ: langvietonline.com



(vovworld) -  ຕອນ​ບ່າຍ​ວັນ​ທີ 30/5 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Tong Thi Phong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ທີ່​​ມີ​ອິດ​ທິພົນ​ຊື່​ສຽງໃນ​ວົງ​ຄະນາ​ຍາດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ​ເມືອງ ​ເຕີ​ນ​ເຊີນ ​ແຂວງ ຟູ​ທໍ້ ​ເນ່ືອງ​ໃນ​ໂອກາດ​​ຄະນະ​ມາ​ຢ້ຽມຢາມ ນະຄອນຫລວງ ຮ່າ​ໂນ້ຍ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Tong Thi Phong ​ ສະ​ເຫ​ນີວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ກາ​ນນຳ​ເມືອງ ​ເຕີນ​ເຊີນ ຄວນ​ສືບ​ຕໍ່​ເບິ່ງ​ແຍງ​ດູ​ແລ​ເຖິງຊີວິດ​ການ​ເປັນ​ຢູ່ຂອງ​ຜູ້​ທີ່​ມີ​ຄຸນງາມຄວາມດີ, ​ເຈົ້າ​ກົກ​ເຈົ້າ​ເຫລົ່າ, ຜູ້​ມີ​ອິດ​ທິພົນຊື່​ສຽງ​ໃນ​ວົງ​ຄະນາ​ຍາດຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຂອງ​ເມືອງ ​ເຕີນ​ເຊີນ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ປາດ​ຖະຫນາ​ວ່າ: ບັນດາ​ເຈົ້າ​ກົກເຈົ້າ​ເຫລົ່າ, ຜູ້​ມີ​ອິດ​ທິພົນ​ຊື່​ສຽງໃນ​ວົງ​ຄະນາ​ຍາດຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເມືອງ ​ເຕີນ​ເຊີນ ຈົ່ງ​ສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່, ຂົນຂວາຍ​ວົງ​ຄະນາ​ຍາດ​ຊົນ​ເຜົ່າ​ບໍ່​ຄວນ​ຟັງຄວາມ​ຂອງ​ກຸ່ມ​ຄົນ​ບໍ່​ດີທີ່​​ເຜີຍ​ແຜ່​ສາສະຫນາ​ຢ່າງ​ຜິດ​ກົດໝາຍ, ຮັກສາ​ຄວາມ​ເປັນ​ລະບຽບຮຽບຮ້ອຍທາງ​ສັງຄົມ, ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ສວຍ​ງາມ ຮ່ັງມີ​ກວ່າ​ເກົ່າ.

 

 

 

 

 

ຂ່າວ/ບົດ​ອື່ນ