ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່ເຊີດ​ຊູ​, ຈາ​ລຶກຄຸນ​ງາມ​ຄວາມ​ດີ, ການ​ເສຍ​ສະຫຼະ​ຂອງ​ບັນ​ດາວິ​ລະ​ຊົນ​ທີ່​ຜູ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈ​ັບ​ເປັນ

(VOVWORLD) -ຕອນບ່າຍວັນທີ 19 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບເປັນຢູ່ສູນເບິ່ງແຍງດູແລທະຫານເສຍອົງຄະ ກິມບ໋າງ, ແຂວງ ຮະນາມ.
ພັກ, ລັດ  ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່ເຊີດ​ຊູ​, ຈາ​ລຶກຄຸນ​ງາມ​ຄວາມ​ດີ, ການ​ເສຍ​ສະຫຼະ​ຂອງ​ບັນ​ດາວິ​ລະ​ຊົນ​ທີ່​ຜູ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈ​ັບ​ເປັນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ມີຫຼາຍແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ໄດ້ຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ; ເປົ້າໝາຍຊົມໃຊ້ນະໂຍບາຍບຸລິມະສິດນີ້ ນັບມື້ນັບໄດ້ຮັບການເປີດກວ້າງ, ບັນດາລະບອບບຸລິມະສິດ ກໍໄດ້ຮັບການປັບປຸງເທື່ອລະກ້າວ, ສະແດງໃຫ້ເຫັນຄວາມເຄົາລົບ, ຄວາມຮູ້ບຸນຄຸນ, ການເບິ່ງແຍງດູແລຂອງພັກ, ລັດ ແລະ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເຊີດຊູ, ຈາລຶກຄຸນງາມຄວາມດີ, ການເສຍສະຫຼະຂອງວິລະຊົນຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະ ທະຫານເຈັບເປັນ.

ພັກ, ລັດ  ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່ເຊີດ​ຊູ​, ຈາ​ລຶກຄຸນ​ງາມ​ຄວາມ​ດີ, ການ​ເສຍ​ສະຫຼະ​ຂອງ​ບັນ​ດາວິ​ລະ​ຊົນ​ທີ່​ຜູ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈ​ັບ​ເປັນ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບເປັນຢູ່ສູນເບິ່ງແຍງດູແລທະຫານເສຍອົງຄະ ກິມບ໋າງ, ແຂວງ ຮະນາມ (ພາບ: TTXVN)

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ ຈົ່ງຍູ້ແຮງຂະບວນການ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ທົ່ວປວງຊົນເບິ່ງແຍງດູແລບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.”..

ຕອບກັບ

ຂ່າວ/ບົດ​ອື່ນ