ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈົດຈໍາຄຸນງາມຄວາມດີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເສຍອົງຄະຕະຫຼອດການ

(VOVWORLD) -ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະຈົດຈໍາຄຸນງາມຄວາມດີຂອງລຸ້ນພໍ່ລຸ້ນອ້າຍ, ບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດຕະຫຼອດການ
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈົດຈໍາຄຸນງາມຄວາມດີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເສຍອົງຄະຕະຫຼອດການ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ບັນດາຜູ້ແທນ ໄດ້ມອບໃບຈາລຶກຄຸນງາມຄວາມດີໃຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: TTXVN)

ຕອນເຊົ້າວັນທີ 22 ກໍລະກົດ, ຢູ່ນະຄອນຫວິງລອງ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຄະນະກໍາມະການປະຊາຊົນແຂວງຫວິງລອງ ສົມທົບກັນຈັດຕັ້ງພິທີມອບ-ຮັບໃບຈາລຶກຄຸນງາມຄວາມດີໃຫ້ແກ່ ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ບັນດາຜູ້ແທນ ໄດ້ມອບໃບຈາລຶກຄຸນງາມຄວາມດີໃຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ 72/468 ຄອບຄົວ; ມອບເຮືອນແຫ່ງສາຍຈິດມິດໃຈ 20 ຫຼັງໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ກ່າວຄໍາເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ປະຕິບັດບັນດານະໂຍບາຍຂອງພັກ ແລະ ລັດ ສໍາລັບຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໃຫ້ນັບມື້ນັບດີກວ່າເກົ່າ. ພ້ອມທັງຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະຈົດຈໍາຄຸນງາມຄວາມດີຂອງລຸ້ນພໍ່ລຸ້ນອ້າຍ, ບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດຕະຫຼອດການ.

        “ໄລຍະຜ່ານມາ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ເອົາໃຈໃສ່ເຖິງວຽກງານເບິ່ງແຍງດູແລນັກຮົບເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ ກໍຄືຍາດຕິພີ່ນ້ອງຂອງຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ເປັນປະຈໍາ ແລະ ໄດ້ຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນທົ່ວປະເທດ. ຜ່ານນັ້ນ, ບັນເທົາຄວາມເຈັບປວດຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດໄດ້ສ່ວນໃດສ່ວນໜຶ່ງ ແລະ ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບ, ຈິດໃຈ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ” ຂອງປວງຊົນທັງຊາດຫວຽດນາມ ສໍາລັບບຸກຄົນທີ່ໄດ້ເສຍເລືອດເນື້ອຂອງຕົນ ເພື່ອພາລະກິດແຫ່ງຊາດຕໍ່ສູ້ກູ້ຊາດ ແລະ ສ້າງສາປະເທດຊາດ”.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງປະທານປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວຜູ້ມີີຄຸນງາມຄວາມດີຕໍ່ປະເທດຊາດຈໍານວນໜຶ່ງຢູ່ນະຄອນ ຫວິງລອງ.

ຕອບກັບ

ຂ່າວ/ບົດ​ອື່ນ