ພັກ, ລັດຍາມໃດກໍ່ຈົດຈຳ, ເຄົາລົບບັນດາຄຸນງາມຄວາມດີ ຂອງບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ

(VOVWORLD) - ຄ້າຍກັກຂັງ ນັກໂທດກອມມູນິດ ຫວຽດນາມ - ຝູກວັກ ແມ່ນຮອງຮອຍຂອງການເສຍສະຫຼະຊີວິດ, ເລືອດເນື້ອຂອງນັກຮົບກອມມູນິດ ຫວຽດນາມ ຜູ້ຮັກຊາດເກືອບ 40.000 ຄົນ, ແມ່ນບົດກອມລຳອະມະຕະ ແລະ ມີຄວາມໝາຍຂອງສັນຕິພາບ, ເອກະລາດ.  ທີ່ເຂດຮອງຮອຍສະຖານປະຫວັດສາດພິເ
ພັກ, ລັດຍາມໃດກໍ່ຈົດຈຳ, ເຄົາລົບບັນດາຄຸນງາມຄວາມດີ ຂອງບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ - ảnh 1ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມຮອງຮອຍສະຖານຄ້າຍກັກຂັງນັກໂທດກອມມູນິດ ຫວຽດນາມ - ຝູກວັກ

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2023), ຕອນບ່າຍວັນທີ 9 ກໍລະກົດ, ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ລົງຢ້ຽມຢາມຮອງຮອຍສະຖານຄ້າຍກັກຂັງນັກໂທດກອມມູນິດ ຫວຽດນາມ - ຝູກວັກ ໃນບໍລິເວນ ບ້ານ ອານເທີຍ, ນະຄອນ ຝູກວັກ, ແຂວງ ກຽນຢາງ.

        ຄ້າຍກັກຂັງ ນັກໂທດກອມມູນິດ ຫວຽດນາມ - ຝູກວັກ ແມ່ນຮອງຮອຍຂອງການເສຍສະຫຼະຊີວິດ, ເລືອດເນື້ອຂອງນັກຮົບກອມມູນິດ ຫວຽດນາມ ຜູ້ຮັກຊາດເກືອບ 40.000 ຄົນ, ແມ່ນບົດກອມລຳອະມະຕະ ແລະ ມີຄວາມໝາຍຂອງສັນຕິພາບ, ເອກະລາດ.  ທີ່ເຂດຮອງຮອຍສະຖານປະຫວັດສາດພິເສດແຫ່ງນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະແດງຄວາມສະເທືອນໃຈ ແລະ ຄວາມເຄົາລົບນັບຖືຕໍ່ການເສຍສະຫຼະຊີວິດຂອງບັນດານັກຮົບເພື່ອໃຫ້ປະເທດຊາດມີສັນຕິພາບ, ເອກະລາດຄືໃນທຸກວັນນີ້.

        ນອກຈາກນັ້ນແລ້ວ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ກໍ່ຍັງໄດ້ລົງຢ້ຽມຢາມຄອບຄົວທະຫານເສຍອົງຄະ ເຈິ່ນຊວນເທາະ (ຜູ້ເຄີຍຖືກກັກຕົວຢູ່ຄ້າຍກັກຂັງນັກໂທດກອມມູນິດ ຫວຽດນາມ - ຝູກວັກ ແລະ ໄດ້ຮັບການຢັ້ງຢືນວ່າແມ່ນນັກວິລະຊົນດັບສູນທະຫານ ອາເມລິກາ) ແລະ ປ້າ ຫງວຽນທິກ໊າຍ (ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ) ໃນບ້ານ ອານເທີຍ, ນະຄອນ ຝູກວັກ.

        ແລະ ກໍ່ໃນວັນດຽວກັນ, ທ່ານປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນກໍ່ໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນອາໄລຫາ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ນະຄອນ ຝູກວັກ.

ຕອບກັບ

ຂ່າວ/ບົດ​ອື່ນ