ພັກ, ລັດຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ຊາວຜູ້ອອກແຮງງານ

(VOVWORLD) - “ພັກ, ລັດຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ຊາວຜູ້ອອກແຮງງານ”
ພັກ, ລັດຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ຊາວຜູ້ອອກແຮງງານ - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

ນັ້ນແມ່ນຄຳຢືນຢັນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ທີ່ລາຍການ “ບຸນເຕັດແຫ່ງຄວາມເຕົ້າໂຮມ - 2018” ທີ່ສະຫງວນໃຫ້ກຳມະກອນຊາວຜູ້ອອກແຮງງານຢູ່ແຂວງ ຫາຍເຢືອງ. ເນື່ອງໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາ, ທ່ານນາງປະທານສະພາແຫ່ງຊາດ ໄດ້ສົ່ງຄຳອວຍພອນປີໃໝ່ດີງາມທີ່ສຸດ ເຖິງກຳມະກອນ, ພາລະກອນ, ຊາວຜູ້ອອກແຮງງານທັງໝົດໃນທົ່ວປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:

        “ສຳລັບກຳມະກອນຊາວຜູ້ອອກແຮງງານ, ເມື່ອໄດ້ເຕົ້າໂຮມນຳຄອບຄົວໃນຊຸມວັນຂອງບຸນເຕັດ ແມ່ນຄວາມເບີກບານມ່ວນຊື່ນທີ່ສຸດ. ເປັນຕົ້ນແມ່ນກຳມະກອນເຮັດວຽກຢູ່ຫ່າງໄກກັບຄອບຄົວ ຈາກພາກເໜືອ, ພາກກາງເຂົ້າເຮັດວຽກຢຢູ່ເຂດອຸດສາຫະກຳ. ຂ້າພະເຈົ້າຫວັງວ່າ ພວກເພື່ອນ, ພວກນ້ອງ ຈົ່ງຍາດເວລາອັນລ້ຳຄ່ານັ້ນ ໃຫ້ຄອບຄົວ, ເບິ່ງແຍງດູແລລູກຫຼານ ເພື່ອເພີ່ມພູນຄູນສ້າງມູນເຊື້ອອັນດີງາມຂອງຊາດຢ່າງໝັ້ນຄົງກ່ວາອີກ”.

        ທ່ານນາງປະທານສະພາແຫ່ງຊາດ ສະເໜີວ່າ ປີ 2018 ແລະ ຊຸມປີຕໍ່ໄປ, ກຳມະກອນ, ພາລະກອນ, ຊາວຜູ້ອອກແຮງງານທຸກຄົນ ຍົກສູງລະດັບຄວາມຮູ້ດ້ານວິຊາການ, ເຮັດວຽກມີສະມັດຕະພາບກ່ວາ, ມີຄຸນນະພາບສູງກ່ວາ, ສືບຕໍ່ຢັ້ງຢືນວ່າ ແມ່ນກຳລັງກ້າວໜ້າຂອງສັງຄົມ, ປະກອບສ່ວນໃຫ້ການພັດທະນາຂອງອົງການ, ຫົວໜ່ວຍ, ວິສາຫະກິດນັບມື້ນັບຍິ່ງໃຫຍ່ກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ