ພັກ, ລັດສືບຕໍ່ເອົາໃຈໃສ່ເຖິງບັນດາທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ຫຼາຍກວ່າອີກ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການເສຍສະຫຼະອັນໃຫຍ່ຫຼວງ ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເຈັບປ່ວຍ ແລະ ທະຫານເສຍອົງຄະ
ພັກ, ລັດສືບຕໍ່ເອົາໃຈໃສ່ເຖິງບັນດາທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ຫຼາຍກວ່າອີກ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມທະຫານເຈັບປ່ວຍ ແລະ ທະຫານເສຍອົງຄະຢູ່ແຂວງ ຮ່ານາມ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕອນບ່າຍວັນທີ 23 ກໍລະກົດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາທະຫານເຈັບປ່ວຍ ແລະ ທະຫານເສຍອົງຄະຢູ່ແຂວງ ຮ່ານາມ; ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ.

        ຢູ່ທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການເສຍສະຫຼະອັນໃຫຍ່ຫຼວງ ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເຈັບປ່ວຍ ແລະ ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີໃນທົ່ວປະເທດ ທີ່ໄດ້ອຸທິດສ່ວນເພື່ອເອກະລາດ, ສັນຕິພາບຂອງປະເທດຊາດ. ທ່ານປະທານປະເທດເນັ້ນໜັກວ່າ: ພັກ, ລັດ, ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີໃນທົ່ວປະເທດ.

        ທ່ານປະທານປະເທດຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດດຳລັດຂອງລັດຖະບານທີ່ຈະປະກາດໃຊ້ໃນໄລຍະຈະມາເຖິງນີ້ຕໍ່ຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີທີ່ສຸດ. ໃນສະພາບເກີດໂລກລະບາດໂຄວິດ-19, ຕ້ອງສືບຕໍ່ເອົາໃຈໃສ່ເຖິງບັນດາເປົ້າໝາຍດັ່ງກ່າວ, ບໍ່ປະໃຫ້ບັນດາເປົ້າໝາຍນີ້ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ