ພັກ ​ແລະ ລັດ ຍາມ​ໃດ​ກໍ​ຈາລຶກ​ຄຸນງາມຄວາມດີ​ຂອງບັນດາ​ນັກຮົບ​ວິລະ​ຊົນ​ເສຍສະຫຼະຊີວິດ​ເພື່ອ​ຊາດ ​ແລະ ທະຫານ​ເສຍ​ອົງຄະ

(VOVWORLD) -ເນື່ອງໃນໂອກາດຄົບຮອບ 73 ປີ ລະນຶກວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/07/2020), ວັນທີ 27 ກໍລະກົດ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຈໍານວນ 60 ພູດໃຫ້ແກ່ 30 ຄອບຄົວເປົ້າໝາຍນະໂຍບາຍ ແລະ ນັກຮຽນ 30 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຕາມເດືອງ, ແຂວງລາຍເຈົາ.
ພັກ ​ແລະ ລັດ ຍາມ​ໃດ​ກໍ​ຈາລຶກ​ຄຸນງາມຄວາມດີ​ຂອງບັນດາ​ນັກຮົບ​ວິລະ​ຊົນ​ເສຍສະຫຼະຊີວິດ​ເພື່ອ​ຊາດ ​ແລະ ທະຫານ​ເສຍ​ອົງຄະ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງມອບຂອງຂວັນຈໍານວນ 60 ພູດໃຫ້ແກ່ 30 ຄອບຄົວເປົ້າໝາຍນະໂຍບາຍ ແລະ ນັກຮຽນ 30 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຕາມເດືອງ, ແຂວງລາຍເຈົາ (ພາບ: baolaichau.vn)

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ ພັກ ແລະ ລັດ ຍາມໃດກໍຈາລຶກ ແລະ ຮູ້ບຸນຄຸນ, ການປະກອບສ່ວນ ກໍຄືການເສຍສະຫຼະອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວມີຄຸນງາມຄວາມດີ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນສົງຄາມຄັ້ງຕ່າງໆ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີແຂວງ ລາຍເຈົາ ຕ້ອງເອົາໃຈໃສ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ເດັກນ້ອຍຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ເອົາໃຈໃສ່ເປັນພິເສດເຖິງໂຄງການພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ພໍ່ແມ່ພີ່່ນ້ອງເຂດພູດອຍ ແລະ ຊົນເຜົ່າສ່ວນໜ້ອຍ. 

ຕອບກັບ

ຂ່າວ/ບົດ​ອື່ນ