ພັກ ແລະ ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດໃຫ້ແກ່ປະຊາຄົມວິສາຫະກິດ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 22 ສິງຫາ ຢູ່ ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ມີການພົບປະກັບຄະນະຜູ້ແທນສະຫະສະມາຄົມວິສາຫະກິດ ຂະຫນາດກາງ ແລະ ນ້ອຍ ຫວຽດນາມ.

ພັກ ແລະ ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດໃຫ້ແກ່ປະຊາຄົມວິສາຫະກິດ ຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະກັບຄະນະຜູ້ແທນສະຫະສະມາຄົມວິສາຫະກິດ ຂະຫນາດກາງ ແລະ ນ້ອຍ ຫວຽດນາມ. ພາບ: Lâm Khánh/ TTXVN

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນຫນັກວ່າ: ພັກ ແລະ ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດ ແລະ ສ້າງເງື່ອນໄຂດີສຸດໃຫ້ແກ່ປະຊາຄົມວິສາຫະກິດ ຫວຽດນາມ ເຄື່ອນໄຫວ ແລະ ພັດທະນາ. ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ກຳນົດຢ່າງຈະແຈ້ງວ່າ ວິສາຫະກິດ ແມ່ນກຳລັງຫນູນພັດທະນາຂອງພື້ນຖານເສດຖະກິດ.

ແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງປະຊາຄົມວິສາຫະກິດ ເວົ້າລວມ ໃນນັ້ນ ມີວິສາຫະກິດຂະຫນາດກາງ ແລະ ນ້ອຍ ຕ້ອງປະເຊີນຫນ້າ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເຫນີ ສະຫະສະມາຄົມວິສາຫະກິດ ຂະຫນາດກາງ ແລະ ນ້ອຍ ຫວຽດນາມ ປະຕິບັດບົດບາດຫນ້າທີ່ຂອງອົງການສັງຄົມວິຊາຊີບ, ເຕົ້າໂຮມ, ແຜ່ຂະຫຍາຍ, ຫລໍ່ລ້ຽງການເຕີບໃຫຍ່ຂອງປະຊາຄົມວິສາຫະກິດ ຂະຫນາດກາງ ແລະ ນ້ອຍ ຫວຽດນາມ ໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນ, ສ້າງລັດແຫ່ງອຳນາດກົດໝາຍ, ປັບປຸງພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ