ພັກ ແລະ ລັດ ຍາມໃດກໍ່ໃຫ້ບຸລິມະສິດປະຕິບັດນະໂຍບາຍຊົນເຜົ່າ

(VOVWORLD) - ຕອນຄ່ຳວັນທີ 17 ພະຈິກ, ທີ່ສະໜາມຫລວງ ຮຸ່ງເວືອງ, ນະຄອນ ບາກລຽວ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ
ພັກ ແລະ ລັດ ຍາມໃດກໍ່ໃຫ້ບຸລິມະສິດປະຕິບັດນະໂຍບາຍຊົນເຜົ່າ - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບີງ

ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ບາກລຽວ ຈັດຕັ້ງພິທີໄຂ “ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວພໍ່ແມ່ປະຊາຊົນ ເຜົ່າຂະແມທາງພາກໃຕ້” ຄັ້ງທີ 7 ປີ 2017 ດ້ວຍຫົວຂໍ້ວ່າ: “ອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳຊົນເຜົ່າຂະແມທາງພາກໃຕ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ”. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບີງ ຊີ້ແຈ້ງວ່າ:

ວັນບຸນ ແມ່ນການເຄື່ອນໄຫວວັດທະນະທຳທີ່ມີຄວາມໝາຍຢ່າງໃຫຍ່ຫລວງ, ແທດຈິງ, ຫັນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ເປັນລະອຽດ; ສະແດງໃຫ້ເຫັນຄວາມເອົາໃຈໃສ່, ເບິ່ງແຍງດູແລຂອງທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນໃນການຮັກສາ, ເຊີດຊູ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ເບິ່ງແຍງດູແລເຖິງຊີວິດ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນເຜົ່າຂະແມທາງພາກໃຕ້”.

        ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວຊາວເຜົ່າຂະແມທາງພາກໃຕ້ ລວມມີການເຄື່ອນໄຫວວັດທະນະທຳ, ສິີລະປະທີ່ເປັນມູນເຊື້ອຫລາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ