ພັກCPPຂອງກຳປູເຈຍນຳໜ້າໃນການເລືອກຕັ້ງສະພາທ້ອງຖີ່ນ

ພັກCPPຂອງກຳປູເຈຍນຳໜ້າໃນການເລືອກຕັ້ງສະພາທ້ອງຖີ່ນ - ảnh 1
ຜູ້ມີສິດເລືອກຕັ້ງ ກຳປູເຈຍ ໄປປ່ອນບັດ
(ພາບ:ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) - ພັກ​ປະຊາຊົນ ກຳປູ​ເຈຍ (CPP) ນຳ​ໜ້າ​ໃນ​ບັນດາ​ການ​ເລືອກ​ຕັ້ງສະພາ​​ຂັ້ນ​ເມືອງ, ​ແຂວງ, ນະ​ຄອນ ຄັ້ງ​ທີ 2 ຖືກ​ຈັດ​ຕັ້ງ​​ໃນ​ວັນ​ທີ 18/5. ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ຖືກ​ແນະນຳ​ໃນ​ແວບ​ໄຊ​ຂອງ​ພັກ CPP ​ໃນ​ຕອນ​ຄຳ່​ວັນ​ທີ 18/5 ​ໃຫ້​ຮູ້​ວ່າ: ພັກ CPP ຍາດ​ໄດ້ 306 ​ໃນ​ຍອດ​ຈຳນວນ 393 ທີ່​ນັ່ງ​​ໃນ​ສະພາ​ແຂວງ, ນະຄອນ (ກວມ​ເອົາ 77,86%) ​ແລະ 2.237 ​ໃນ​ຍອດ​ຈຳ​ນວນ 2.931 ທີ່​ນັ່ງ​ທີ່​ສະພາ​ເມືອງ (ກວມ​​ເອົາ 76,32%). ພັກ​ຝ່າຍ​ຄ້ານ​ກູ້​ຊາດ ກຳປູ​ເຈຍ (CNRP) ຢື່ນ​ອັນ​ດັບ​ 2 ດ້ວຍ 86 ທີ່​ນັ່ງ​ທີ່​ສະພາ​ແຂວງ, ນະຄອນ (ກວມ 21,5%) ​ແລະ 683 ທີ່​ນັ່ງ​ໃນ​ສະພາ​ເມືອງ (ກວມ 23,30%). ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ກຳປູ​ເຈຍ (NEC) ​ໄດ້​ຈັດການປະຊຸມ​ຂ່າວ​ໃຫ້ຮູ້​ວ່າ: ການ​ເລືອກ​ຕັ້ງ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ເສລີ, ສະ​ເໝີ​ພາບ, ຮັບປະ​ກັນ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ​ແລະ ປອດ​ໄພ. NEC ຈະ​ປະກາດໝາກຜົນ​ທາງ​ການ​ໃນ​ວັນ​ທີ 30/5.

 


ຂ່າວ/ບົດ​ອື່ນ