ພັກກູຊາດກຳປູເຈຍບໍ່ແຕ່ງຕັ້ງຜູ້ສະໝັກເລືອກຕັ້ງຄົນໃໝ່ຮັບດຳລົງຕຳແໜ່ງຮອງປະທານສະພາແຫ່ງຊາດ

ພັກກູຊາດກຳປູເຈຍບໍ່ແຕ່ງຕັ້ງຜູ້ສະໝັກເລືອກຕັ້ງຄົນໃໝ່ຮັບດຳລົງຕຳແໜ່ງຮອງປະທານສະພາແຫ່ງຊາດ - ảnh 1
ທ່ານ Kem Sodkha
(ພາບ: AFP/TTXVN)


(vovworld) – ຕອນ​ຄໍ່າ​ວັນ​ທີ 30/10, ທ່ານ Kem Sodkha, ຮອງ​ປະທານ​ພັກ​ກູ​້ຊາດ​ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ, ທັງ​ເປັນ​ຮອງ​ປະທານ​ຜູ້​ທີ່​ໜຶ່ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈ​ຍ ຫາ​ກໍ​ຖືກ​ປົດ​ຕຳ​ແໜ່​ງ, ຖະ​ແຫຼງວ່າ ພັກ​ນີ້ຈະ​ບໍ່​​ແຕ່ງ​ຕັ້ງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງຄົນ​ໃໝ່ ປ່ຽນ​ແທນ​ໃຫ້​ທ່ານຮັບ​ດຳລົງ​ຕຳ​ແໜ່​ງນີ້ຢູ່​ອົງການ​ນິຕິ​ບັນຍັດ. ທ່ານ Kem Sodkha ​ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼງດັ່ງກ່າວ ພາຍຫຼັງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກກຳ​ປູ​ເຈຍ Heng Samrin ຂຽນ​ຈົດໝາຍ​ສະ​ເໜີ​​ໃຫ້​ທ່ານ Sam Tainsy ​ແຕ່ງ​ຕັ້ງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງໃໝ່ ​​ດຳລົງ​ຕຳ​ແໜ່​ງຮອງ​ປະທານ​ຜູ້​ທີ່​ໜຶ່ງ​ສະພາ​ແຫ່ງ​ຊາດ. ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​​ເຊົ້າ​ວັນ​ດຽວ​ກັນ, ມສະມາຊິກ​ລັດຖະສະພາ​ 68 ທ່ານ​ທີ່ຂຶ້ນ​ກັບ​ພັກ​ປະຊາຊົນ​ກຳ​ປູ​ເຈຍ (CPP) ກຳ​ອຳ​ນາດ​ໄດ້​ປ່ອນ​ບັດ​ເຫັນ​ດີ​ປົກ​ຕຳ​ແໜ່​ງຂອງ​ທ່ານ Kem Sodkha. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນ​ຕີ, ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກຳ​ປູ​ເຈຍ Hor Namhong ​ແລ້ວ, ທ່ານ Kem Sodkha ​ຖືກ​ປົດ​ຕຳ​ແໜ່​ງຍ້ອນ​ສວຍ​ໃຊ້ຕຳ​ແໜ່​ງ​ເພື່ອ​ຕູ່​ຫາ ​ແລະ  ຄັດຄ​້ານລັດຖະບານ, ​ທັງ​ບຸກລຸກ​ປະຊາຊົນ​ຄັດ​ຄ້ານ​ລັດຖະບານ ​ແລະ CPP.

ຂ່າວ/ບົດ​ອື່ນ