ພັກກູ້ຊາດຝ່າຍຄ້ານ ຢູ່ກຳປູເຈຍ ຈັດຕັ້ງການແຫ່ຂະບວນປະທ້ວງຂະໜາດໃຫຍ່ຄັ້ງທີ 2

ພັກກູ້ຊາດຝ່າຍຄ້ານ ຢູ່ກຳປູເຈຍ ຈັດຕັ້ງການແຫ່ຂະບວນປະທ້ວງຂະໜາດໃຫຍ່ຄັ້ງທີ 2 - ảnh 1
ຕຳຫຼວດປົກປ້ອງເຂດເຮືອນຢູ່ຂອງທ່ານ Hunsen
(ພາບ: Reuters)

(vovworld) - ຕອນ​​ເຊົ້າ​ວັນ​ທີ 15/9, ບັນດາ​ຜູ້​ສະໜັບສະໜູນ​ພັກ​ກູ້​ຊາດ​ຝ່າຍ​ຄ້ານ ກຳປູ​ເຈຍ (CNRP) ​ໄດ້​ເຕົ້າ​ໂຮມ​ຢູ່​ສະໜາມ​ຫຼວງ ​ເສລີພາບ​ຢູ່​ນະຄອນຫຼວງ ພະນົມ​ເປັນ, ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ທີ 2 ​ໂດຍ​ພັກ​ນີ້​ຈັ​ດຕັ້ງ​ເພື່ອ​ແນ​ໃສ່​ຄັດຄ້ານ​ຜົນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ຜ່ານ​ມາ. ​ເຖິງ​ວ່າ ກະຊວງພາຍ​ໃນ ກຳປູ​ເຈຍ ບໍ່​ອະນຸຍາດ​ໃຫ້ດຳ​ເນີນການ​ແຫ່​ຂະ​ບວນປະ​ທ້ວງ​ ​ແຕ່​ທ່ານ​ປະທານພັກ CNRP Sam Rainsy ​ໄດ້ນຳ​ໜ້າ​ຄະນະ​ແຫ່​ຂະ​ບວນປະ​ທ້ວງ​ລວມມີກ່ວາ 1000 ຄົນ ​ໄດ້​ເດີນ​ຂະ​ບວນ​ຈາກ​ສຳນັກງານ CNRP ຢູ່​ເມືອງ Chak Angres ​ເຖິງ​ສະໜາມ​ຫຼວງ ປະຊາທິປະ​ໄຕ. ​ໃນ​ຂະນະ​ນັ້ນ, ຮອງ​ປະທານ CNRP ທ່ານ Kem Sokha ​ໄດ້​ນຳ​ໜ້າ​ຄະນະ​ໜຶ່ງ​ເຕົ້າ​ໂຮມ​ຢູ່​ສະໜາມ​ຫຼວງ​ສູນ​ກາງ. ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ CNRP ຈັດ​ຕັ້ງ​ດ້ວຍ​ຈຸດປະສົງ​ຕົ້ນ​ຕໍ່​ແມ່ນ​ຮຽກ​ຮ້ອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ພິ​ເສດ ​ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ ​ເພື່ອ​ສືບສວນ​ບັນຫາ​ເຊິ່ງຝ່າຍ​ຄ້ານ​ເອີ້ນ​ວ່າ “ບັນດາ​ການ​ຜິດ​ພາດ​ໃນ​ການ​ເລືອກ​ຕັ້ງ” ພາ​​ໄປ​ເຖິງ​ຜົນ​ທີ່​ວ່າ ​ເຂົາ​ເຈົ້າ​ຍາດ​ໄດ້ພຽງ 55/123 ທີ່​ນ່ັງ​ໃນ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ຊຸດ​ທີ 5.

ຂ່າວ/ບົດ​ອື່ນ