ພັກກອມມູນິດ ອາເມລິກາ ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ

(VOVWORLD) - ໃນໂທລະເລກຊົມເຊີຍ, ພັກກອມມູນິດ ອາເມລິກາ ໄດ້ຕີລາຄາການເຊື່ອມຊຶມລັດທິ ມາກ - ເລນິນ ແລະ ແນວທາງ, ນະໂຍບາຍຂອງພັກກອມມູນິດ ຫວຽດນາມ ໄດ້ປະກອບສ່ວນກຳນົດຮູບແບບການນຳພາເປັນເອກະລັກສະເພາະ, ມີຫົວຄິດປະດິດສ້າງ
ພັກກອມມູນິດ ອາເມລິກາ ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ - ảnh 1ທ່ານປະທານປະເທດ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13
(ພາບ: TTXVN)

        ວັນທີ 06 ສິງຫາ, ພັກກອມມູນິດ ອາເມລິກາ ໄດ້ສົ່ງໂທລະເລກຊົມເຊີຍເຖິງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດທ່ານປະທານປະເທດ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13.

        ໃນໂທລະເລກຊົມເຊີຍ, ພັກກອມມູນິດ ອາເມລິກາ ໄດ້ຕີລາຄາການເຊື່ອມຊຶມລັດທິ ມາກ - ເລນິນ ແລະ ແນວທາງ, ນະໂຍບາຍຂອງພັກກອມມູນິດ ຫວຽດນາມ ໄດ້ປະກອບສ່ວນກຳນົດຮູບແບບການນຳພາເປັນເອກະລັກສະເພາະ, ມີຫົວຄິດປະດິດສ້າງ ແລະ ບັນດາການປະກອບສ່ວນສຳຄັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ແກ່ພາລະກິດສ້າງສາ, ພັດທະນາປະເທດ ຫວຽດນາມ ໃຫ້ກາຍເປັນສັງຄົມສີວິໄລ, ທັນສະໄໝ, ບົນພື້ນຖານເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມ, ດ້ວຍລະດັບຄອງຊີບຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງວ່ອງໄວ. ພັກກອມມູນິດ ອາເມລິກາ ເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະສືບຕໍ່ປະກອບສ່ວນປັບປຸງພື້ນຖານພາລະກິດແຫ່ງການສ້າງສາສັງຄົມນິຍົມຢູ່ ຫວຽດນາມ ຢ່າງໜັ້ນຄົງໜັກແໜ້ນ ແລະ ສືບຕໍ່ບັນລຸບັນດາຜົນງານທີ່ຍິ່ງໃຫຍ່ຂອງພັກກອມມູນິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ