ພັກກອມມູນິດກູບາປະກາດໝາກຜົນແຫ່ງການເລືອກຕັ້ງຄະນະການນຳຊຸດໃໝ່

ພັກກອມມູນິດກູບາປະກາດໝາກຜົນແຫ່ງການເລືອກຕັ້ງຄະນະການນຳຊຸດໃໝ່ - ảnh 1
ການນຳ ກູບາ Cuba Fidel Castro
(ພາບ: THX/TTXVN)

(vovworld) - ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ຂອງພັກ​ກອມ​ມູນິດ ກູ​ບາ ຖືກ​ອັດ​ລົງ​ໃນ​ວັນ​ທີ 19/04 ພາຍຫລັງທີ່​ໄດ້​ປະກາດ​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ໃໝ່ ​ແລະ ຄະນະ​ການ​ນຳ​ພັກ. ຕາມ​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ ທ່ານ Raul Castro ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນເປັນ​ການ​ນຳ​ສູງ​ສຸດ​ຂອງ​ພັກ​ກອມ​ມູນິດ ກູ​ບາ. ວາລະ​ປະຊຸມຄົບ​ຄະນະ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ໃຫຍ່​ກໍ່​ເລືອກ​ຕັ້ງທ່າ​ນ Jose Ramon Machado ສືບ​ຕໍ່​ຮັບ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ຜູ້​ທີ 2. ບັນດາ​ສະມາຊິກ​ອື່ນໆ​ໃນ​ກົມ​ການ​ເມືອງ​ຊຸດ​ໃໝ່​ຂອງ​ພັກ​ກອມ​ມູນິດ ກູ​ບາ ລວມມີ 17 ທ່ານ. ທ່ານ Raul Castro ເລຂາທິການ​ຜູ້​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​ກຳມະການ​ສູນ​ກາງ​ພັກ​ຊຸດ​ໃໝ່ 142 ທ່ານ.

        ພາຍຫລັງ​ການ​ປຶກສາ​ຫາລື​ມາ​ເປັນ​ເວລາ​ 3 ວັນ, ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາມະຕິ 5 ສະບັບກ່ຽວ​ກັບ​ບົດ​ລາຍ​ງານ 5 ສະບັບ​ທີ່ໄດ້​ຍືນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່.

ຂ່າວ/ບົດ​ອື່ນ