ພັກກອມມູນິດສະຫະພັນລັດເຊຍອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ພັກກອມມູນິດສະຫະພັນລັດເຊຍອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
(ທ່ານປະທານ​ພັກ​ກອມ​ມູນິດ​ສະຫະພັນ ລັດ​ເຊຍ
 Gennady Andreevich Zuganov)

(vovworld) - ​ ທ່ານປະທານ​ພັກ​ກອມ​ມູນິດ​ສະຫະພັນ ລັດ​ເຊຍ (KPRF) Gennady Andreevich Zuganov ​ໄດ້​ຝາກ​ຄຳ​ອວຍພອນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ທ່ານ Zuganov ​ໃຫ້​ຮູ້​ວ່າ: ບັນດາ​ສະມາຊິກ​ພັກ​ກອມ​ມູນິດ​ສະຫະພັນ ລັດ​ເຊຍ ​ໄດ້​ເອົາ​ໃຈ​ໃສ່ຕິດຕາມກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ພັກ​ກອມ​ມູນິດ ຫວຽດນາມ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ໃນ​ຂົງ​ເຂດ​ເສດຖະກິດ - ສັງຄົມ. ທ່ານ​ປະທານ KPRF ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພັກ​ກອມ​ມູນິດ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ​ໃນ​ການ​ຊີ້​ນຳດ້ານ​ເສດຖະກິດ, ສັງ​ຄົມ. ພັກ​ໄດ້​ມານະ​ພະຍາຍາມ​ຫລາຍທີ່​ສຸດ ​ເພື່ອ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ແຕ່ລະຄົນ, ​ຊາວ ຫວຽດນາມ ​ແຕ່ລະຄົນນັບ​ມື້​ນັບ​ດີ​ກ່ວາ ​ແລະ ຮັ່ງມີ​ກ່ວາ​ອີກ. ທ່ານ Zuganov ຢືນ​ຢັນ​ວ່າ: ນະ​ໂຍບາຍ​ຫັນ​ເປັນ​ທັນ​ສະ​ໄໝ ​ແລະ ປ່ຽນ​ໃໝ່​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ບັນລຸ​ໄດ້​ລະດັບ​ເຕີບ​ໂຕ​ເສດຖະກິດ​ສູງ ​ແລະ ດຶງ​ດູດ​ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ. ການຮ່ວມ​ທຸລະ​ກິດ Vietsopetro ກໍ່​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນທີ່​ສຸດ. ທ່ານ Zuganov ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​ໃນ​ອະນາຄົດ, ຫວຽດນາມ ຈະ​ຍາດ​ໄດ້​ທີ່​ຕັ້ງໜ້າ​ເອກອ້າງ​ທະ​ນົງ​ໃຈໃນ​ພື້ນຖານ​ເສດຖະກິດ​ໂລກ.

 

ຂ່າວ/ບົດ​ອື່ນ