ພັກກອມມູນິດຫວຽດນາມ ຖືວິທະຍາສາດ ແລະ ເຕັກໂນໂລຊີແມ່ນລັດຖະນະໂຍບາຍອັນດັບໜຶ່ງ

ພັກກອມມູນິດຫວຽດນາມ ຖືວິທະຍາສາດ ແລະ ເຕັກໂນໂລຊີແມ່ນລັດຖະນະໂຍບາຍອັນດັບໜຶ່ງ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong
ເຮັດວຽກັບກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​
(ພາບ: QDND )

(vovworld) -     “ປ່ຽນ​ໃໝ່​ສະຕິ​ຄວາມ​ຮັບ​ຮູ້, ຈິນຕະນາການ​ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ເງື່ອນ​ໄຂ​ໃໝ່​ຢ່າງ​​​ເຂັ້ມ​ແຂງ​ກວ່າ​ອີກ”. ນີ້​ແມ່ນ​​ສິ່ງທີ່ ທ່ານ​​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດຫວຽດນາມ Nguyen Phu Trong ຢືນຢັນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/9 ກັບ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ​ເພື່ອ​ກວດກາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ແລະ ກະກຽມ​ແຜນ​ຮ່າງ “ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ພາລະກິດ​​ເຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ຕາມການ​ກຳນົດ​ທິດ​ສັງຄົມນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ” ຊິ່ງຄາດ​ວ່າ​ຈະ​​ຍືນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 6 (ຊຸດ​ທີ 11) ທີ່​ຈະ​ມາ​ເຖິງ.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong ​ເນັ້ນ​ໜັກ​ວ່າ.

“ພວກ​ເຮົາ​ຕ້ອງ​ສືບ​ຕໍ່ປ່ຽນ​ໃໝ່​ສະຕິ​ຄວາມ​ຮັບ​ຮູ້, ຈິນຕະນາການ​ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ເງື່ອນ​ໄຂ​ໃໝ່​ຢ່າງ​​​ເຂັ້ມ​ແຂງ​ກວ່າ​ອີກ ​ເມື່ອ​ພວກ​ເຮົາ​ພວມຍູ້​ແຮງການຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ເພື່ອ​ຮອດ​ປີ 2020 ປະ​ເທດ​ພວກເຮົາ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳຕາມ​ທິດ​ທັນ​ສະ​ໄໝ​ໂດຍພື້ນຖານ,  ​​ໃນ​ວິວັດ​ການຫັນປ່ຽນໂຄງ​ປະກອບ​ຮູບ​ແບບ​ການເຕີບ​​ໂຕ​ຈາກ​ລວງ​ກວ້າງ​ໄປ​ສູ່​ລວງ​ເລິກ, ນຳ​ໃຊ້ກຳລັງກຳມະກອນ​, ຊັບພະຍາກອນຢ່າງ​ຫຼວງ​ຫຼາຍ ​ໄປ​ສູ່​ການ​ນຳ​ໃຊ້​ມັນສະໝອງ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ. ຕ້ອງ​ເຮັດ​ໃຫ້ສິ່ງ​ໃໝ່​ນີ້​ໂດດ​ຂັ້ນ​ຂຶ້ນ, ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ຕາມ​ການ​ກຳນົດທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ​ໃຫ້ນັບ​ມື້​ນັບ​ເລິກ​​ເຊິ່ງກວ່າ. ຈິນຕະນາການ​ລວມທັງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ວິທະຍາສາດ​ສັງຄົມມະນຸດຊາດ.”

ຂ່າວ/ບົດ​ອື່ນ