ພັກກອມມູນິດຫວຽດນາມ ເອົາໃຈໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ

(VOVWORLD) -ຖ້າຫາກສົມທຽບ ຫວຽດນາມ ກ່ອນນີ້ 30 ປີ ກັບຫວຽດນາມ ໃນປະຈຸບັນ, ຈະເຫັນວ່າ ພັກ ແລະ ລັດຫວຽດນາມ ໄດ້ປະຕິບັດຄຳຂວັນທີ່ວ່າ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ສີວິໄລ ແລະ ປະຊາທິປະໄຕ”.
ພັກກອມມູນິດຫວຽດນາມ ເອົາໃຈໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ - ảnh 1(ພາບປະກອບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ທ່ານຮອງສາດສະດາຈານຊາວເຢຍລະມັນ Martin Grossheim, ສັງກັດພະແນກປະຫວັດສາດອາຊີ, ມະຫາວິທະຍາໄລແຫ່ງຊາດ ເຊີອຸ່ນ (ສ.ເກົາຫຼີ), ເນັ້ນໜັກວ່າ: ຖ້າຫາກສົມທຽບ ຫວຽດນາມ ກ່ອນນີ້ 30 ປີ ກັບຫວຽດນາມ ໃນປະຈຸບັນ, ຈະເຫັນວ່າ ພັກ ແລະ ລັດຫວຽດນາມ ໄດ້ປະຕິບັດຄຳຂວັນທີ່ວ່າ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ສີວິໄລ ແລະ ປະຊາທິປະໄຕ”. ທ່ານ Martin Grossheim ໄດ້ຕີລາຄາສູງບັ້ນຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ ໃນໄລຍະຜ່ານມາ ແມ່ນບັນລຸໄດ້ຜົນງານອັນດີງາມບາງຢ່າງ ດ້ວຍເລື່ອງແກ້ໄຂບາງຄະດີສໍ້ລາດບັງຫຼວງລາຍໃຫຍ່.

        ສ່ວນທ່ານ Geetesh Sharma, ນັກຮຽນຮູ້, ນັກຂ່າວ, ປະທານຄະນະກຳມະການສາມັກຄີອິນເດຍ - ຫວຽດນາມ ລັດ Bengal ຕາເວັນຕົກ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ຊຸດທີ 13, ຫວຽດນາມ ຈະຜ່ານຜ່າບັນດາສິ່ງທ້າທາຍພາຍຫຼັງໂລກລະບາດໂຄວິດ-19 ຢ່າງໝັ້ນຄົງ, ສືບຕໍ່ນຳປະເທດຊາດພັດທະນາຢ່າງແຮງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ