ພັກກອມມູນິດຫວຽດນາມຊຸກຍູ້ການພົວພັນກັບບັນດາພັກການເມືອງ ສະຫະພັນລັດເຊຍ


ພັກກອມມູນິດຫວຽດນາມຊຸກຍູ້ການພົວພັນກັບບັນດາພັກການເມືອງ ສະຫະພັນລັດເຊຍ - ảnh 1
ທ່ານ ຫງວຽນ​ຕ້ວນ​ຟອງ ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກາ່ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld)- ໂດຍ​ຮັບ​ຄຳ​ເຊີນ​ຈາກ ພັກ​ປະ​ເທດ​ລັດ​ເຊຍ​ຍຸດ​ຕິ​ທຳ, ຄະ​ນະ​ຜູ້​ແທນ​ພັກ​ກອ​ມມູ​ນິດຫວຽດ​ນາມ ນຳໂດຍ​ທ່ານ ຫງວຽນ​ຕ້ວນ​ຟອງ ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ໄປ​ລັດ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ “ຄຳ​ຕອບ​ສາ​ມັກ​ຄີ​ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ-ເສັ້ນ​ທາງ​ກ້າວ​ໄປ​ເຖິງ​ໂລກ​ຍຸດ​ຕິ​ທຳ” ຊຶ່ງ​ຈັດ​ຂຶ້ນ​ຢູ່​ມົດ​ສະ​ກູໃນ​ວັນ​ທີ 26-27/4.

ທ່ານ ຫງວຽນ​ຕ້ວນ​ຟອງ ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກາ່ວ​ວ່າ  :

    “ ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ : ການ​ທີ່​ພັກ​ປະ​ເທດ​ລັດ​ເຊຍ​ຍຸດ​ຕິ​ທຳ ແລະ ສະ​ຖາ​ບັນ ໂລກ​ຍຸດ​ຕິ​ທຳ ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ແມ່ນ​ປັດ​ໄຈ​ອັນ​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວິ​ວັດ​ການ​ຮ່ວ​ມສຳ​ພັນ, ຮ່ວມ​ແຮງ ຮ່ວມ​ໃຈ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ການ​ພົວ​ພັນ​ຮ່ວມ​ມື​ບົນ​ໄມ​ຕີ​ຈິ​ດ​ມິດ​ຕະ​ພາບ, ເພື່ອ​ຈຸດ​ປະ​ສົງ​ລວມ​ຂອງມວນ​ມະ​ນຸດ, ເພື່ອ​ໂລກ​ສັນ​ຕິພາບ, ວັດ​ທະ​ນາ​ຖາ​ວອນ, ສົມ​ບູນ​ພຸນ​ສຸກ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ ”

ຂ່າວ/ບົດ​ອື່ນ