ພັກກອມມູນິດຫວຽດນາມມີບົດບາດສຳຄັນໃນຜົນສຳເລັດຂອງປະເທດຊາດ

ພັກກອມມູນິດຫວຽດນາມມີບົດບາດສຳຄັນໃນຜົນສຳເລັດຂອງປະເທດຊາດ - ảnh 1
ງານ​ວາງສະ​ແດງ​ປື້​ມ, ​ເອກະສານ ພັກ​ກອມ​ມູນ​ນິດ -
ຈາກ​ກອງ​ປະຊຸມ​ໃຫຍ່​ເຖິງ​ກອງ​ປະຊຸມ​ໃຫຍ່
(ພາບ: nongnghiep.vn)

(vovworld) - ຢູ່​ຫໍສະໝຸດ​ແຫ່ງ​ຊາດ ຮ່າ​ໂນ້ຍ ພວມ​ດຳ​ເນີນ​ງານ​ວາງສະ​ແດງ​ປື້​ມ, ​ເອກະສານ “ພັກ​ກອມ​ມູ​ນິດ -ຈາກ​ກອງ​ປະຊຸມ​ໃຫຍ່​ເຖິງ​ກອງ​ປະຊຸມ​ໃຫຍ່“. ມີ​ປຶ້ມ, ໜັງສືພິມ, ພາບ​ເອກະສານ, ​ຮູບ​ເງົາເອກະສານ… 800 ຢ່າງທີ່​ນຳ​ມາ​ແນະນຳ​ທີ່​ງານ​ວາງສະ​ແດງ ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ປະຫວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ​ໃນ 86 ປີຜ່ານມາ, ​ເພື່ອນ ​ເຢືອງ​ເຟືອງ​ແອ​ງ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ກົດໝາຍ ຮ່າ​ໂນ້ຍ, ​ແບ່ງປັນ​ວ່າ:

        “ບັນດາ​ເອກະສານ​ທີ່​ງານ​ວາງສະ​ແດງ​ລຳ້​ຄ່າ​ທີ່​ສຸດ, ມີ​ຄຸນຄ່າ​ປະຫວັດສາດ​ສູງ ຍ້ອນ​ໄດ້​ແນະນຳ​ໃຫ້​ຜູ້​ຊົມ​ບັນດາ​ໄລຍະ​ທຳ​ອິດ​ຂອງ​ພັກ ກໍ່​ຄື​ບົດບາດ​ຂອງ​ປະທານ ​ໂຮ່ຈີ​ມິນ, ດ້ວຍ​ການ​ສ້າງ​ຕັ້ງ​ພັກ​ໃນ​ວັນ​ທີ 3/2/1930. ຜ່ານ​ງານ​ວາງສະ​ແດງ​ນ້ອງ​ສາມາດ​ເຫັນ​ໄດ້​ບົດບາດ​ສຳຄັນ​ຂອງ​ພັກ​ໃນ​ການ​ຊີ້​ນຳ, ນຳພາ​ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ປະຕິບັດ​ພາລະກິດ​ຕໍ່ຕ້ານ, ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ເສລີພາບມາ​ໃຫ້​ປະ​ເທດ​ຊາດ​ຄື​​ໃນທຸກ​ວັນ​ນີ້“.

        ທີ່ງານ​ວາງສະ​ແດງ​ປື້​ມ, ພາບ “ພັກ​ກອມ​ມູນິດ​ ຫວຽດນາມ - ຈາກ​ກອງ​ປະຊຸມ​ໃຫຍ່​ເຖິງ​ກອງ​ປະຊຸມ​ໃຫຍ່“, ຫໍສະໝຸດ​ແຫ່ງ​ຊາດ​ຍັງ​ແນະນຳ​ເຖິງ​ມະຫາຊົນ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ຜ່ານ​ກອງ​ປະຊຸມ​ໃຫຍ່ 11 ຄັ້ງ. ບັນດາ​ຂີດ​ໝາຍ​ທີ່​ສຳຄັນ ​ແລະ ຜົນງານ​ຂອງ​ປະ​ເທດ​ຊາດ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ນັບ​ແຕ່​ປີ 1930 ​ເຖິງ​ປະຈຸ​ບັນ​ອີກ.  ຜ່ານ​ນັ້ນ​ຊາວ​ ຮ່າ​ໂນ​້ຍຈະ​ມີ​ໂອກາດ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ ​ແລະ ​ເຕີບ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຈາກ​ນັ້ນ​ຈະ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ການ​ພັດທະນາ​ຂອງ ​ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ, ພາຍ​ໃຕ້​ການ​ຊີ້​ນຳ​ອັນ​ສະຫຼາດ​ສະຫຼຽວ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

ຂ່າວ/ບົດ​ອື່ນ