ພັກກອມມູນິດຫວຽດນາມສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ

(VOVWORLD) -ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສືບຕໍ່ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນ.
ພັກກອມມູນິດຫວຽດນາມສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ
(ພາບປະກອບ: TTXVN)

ໃນບົດຂຽນ “ບົນເສັ້ນທາງຂອງໂຮ່ຈີມິນ” ທີ່ລົງພິມໃນໜັງສືພິມລາຍວັນ Letzabuerger Vollek-zlv.lu, ທ່ານ Gerhard Feldbauer, ນັກປະຫວັດສາດ, ນັກຂ່າວເຢຍລະມັນ ໄດ້ຂຽນວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກການປ່ຽນແປງໃໝ່ ແລະ ບັນດາໜ້າທີ່ຂອງພັກ ບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແລະ ເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດໃໝ່. ຕາມຜູ້ຂຽນແລ້ວ, ຫວຽດນາມ ໄດ້ປະກອບສ່ວນພັດທະນາການພົວພັນຮ່ວມມືລະຫວ່າງບັນດາປະເທດຢູ່ອາຊີ ບົນພື້ນຖານສັນຕິພາບ, ຖານບ້ານໃກ້ເຮືອນຄຽງອັນດີງາມ.

        ສຳນັກຂ່າວສານ Spurnik ຂອງລັດເຊຍ ມີບົດຂຽນດ້ວຍເນື້ອໃນໂດຍເນັ້ນໜັກວ່າ, ໃນຕະຫຼອດເກືອບ 1 ສະຕະວັດຜ່ານມາ, ຜ່ານພຶດຕິກຳຕົວຈິງໄດ້ຊີ້ໃຫ້ເຫັນການຳພາຢ່າງຖືກຕ້ອງຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈແຖວໜ້າ ຕັດສິນໃຈທຸກໄຊຊະນະຂອງປະຕິວັດ, ສ້າງຜົນງານຫຼາຍຢ່າງໃຫ້ແກ່ຫວຽດນາມ.

        ວັນທີ 04 ກຸມພາ, ວິທະຍຸກະຈາຍສຽງແຫ່ງຊາດອີຢິບ ໄດ້ນຳສະເໜີບັນດາການປ່ຽນແປງໃໝ່ໃນບັນດານະໂຍບາຍຂອງພັກກອມມູນິດຫວຽດນາມ ໃນໄລຍະ 5 ປີຈະມາເຖິງ ແລະ ບັນດາບົດຮຽນກ່ຽວກັບຜົນສຳເລັດໃນການພັດທະນາເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ສາທາລະນະສຸກໃນໄລຍະຜ່ານມາ. ລາຍການໄດ້ສຳພາດທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທັ່ງກົງ ກ່ຽວກັບການປ່ຽນແປງໃໝ່ຂອງຫວຽດນາມ ໃນໄລຍະ 5 ປີຈະມາເຖິງ, ບັນດາຜົນສຳເລັດໃນການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ-19 ຜ່ານມາ, ໂດຍສະເພາະແມ່ນບັນດາຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ