ພັກກອມມູນິດຫວຽດນາມເພີ່ມທະວີການຮ່ວມມື,ແບ່ງປັນບົດຮຽນກັບພັກກອມມູນິດອິນເດຍ

ພັກກອມມູນິດຫວຽດນາມເພີ່ມທະວີການຮ່ວມມື,ແບ່ງປັນບົດຮຽນກັບພັກກອມມູນິດອິນເດຍ - ảnh 1
ການຕ້ອນຮັບໃນວັນທີ 6/7
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) - ວັນ​ທີ 6/7, ຢູ່ສຳນັກ​ງານ​ສູນ​ກາງ​ພັກ, ທ່ານ​ນາງ ​ເຈືອງ​ທິມາຍ ຫົວ​ໜ້າຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ​ໄດ້​ຕ້ອນ​ຮັບ ຄະນະ​ຜູ້​ແທນພັກ​ກອມ​ມູນິດ​ອິນ​ເດຍ (CPI), ​ໂດຍ ທ່ານສະມາຊິກສະພາສູງ Doraisamy Raja ນຳໜ້າ ພວມ​ມີ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ຫວຽດນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ​ເຈືອງ​ທິມາຍ ​ໄດ້​ຢື​ນຢັນວ່າ ພັກ​ກອມ​ມູນິດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ຍາມ​​​​ໃດກໍ່​ເຄົາລົບ​ນັບຖື ການ​ພົວພັນ​ມິດຕະພາບອັນ​ດີ​ງາມກັບພັກ​ກອມ​ມູນິດອິນ​ເດຍ,   ​ຮັບຮູ້​ການສະໜັບສະໜູນ, ການຊ່ວຍ​ເຫຼືອອັນປະ​ເສີດ ​ເຊິ່ງພັກ​ກອມ​ມູນິດ​ ​ແລະ ປະຊາຊົນ​ອິນ​ເດຍ ​ໄດ້ສະຫງວນ​ໃຫ້​ຫວຽດນາມ ​ໃນ​ການຕໍ່ສູ້ປົດ​ປ່ອຍຊາດ​​ໃນ​ເມື່ອ​ກ່ອນ ກໍ່ຄືໃນພາລະກິດ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ ​ໃນ​ປັດຈຸບັນ. ທ່ານ​ນາງ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ​ເນັ້ນໜັກວ່າ ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດກໍ່​ປາດ​ຖະໜາຢາກ​ຊຸກຍູ້ ຄວາມ​ສາ​ມາ​ຄີ, ມິດຕະພາບອັນ​ດີງາມ ລະຫວ່ງສອງ​ພັກ ຫຼາຍກວ່າ​ອີກ, ປະກອບສ່ວນ ເພີ​ມທະວີ​ການພົວພັນ​ຮ່ວມ​ມື ລະຫວ່າງ ຫວຽດນາມ ​ແລະ ອິນ​ເດ​ຍ, ​ເພື່ອຜົນ​ປະ​ໂຫຍ​ດ ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ​ເພື່ອສັນຕິພາບ, ສະຖຽນລະ​ພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ ​ໃນ​ພາກ​ພື້ນ ​ແລະ ສາກົນ. ສ່ວນ ທ່ານສະມາຊິກສະພາສູງ Doraisamy Raja ​ໄດ້​ສະ​ແດງ​ຄວາມ ປາດ​ຖະໜາຢາກ​ເພີ​ມທະວີ ການ​ພົວພັນ​ກັບ ພັກ​ກອມ​ມູນິດ​ຫວຽດນາມ ຫຼາຍກວ່າ​ອີກ, ​ເປັນ​ຕົ້ນ​ແມ່ນ​ແລກປ່ຽນຂໍ້​ມູນ​ຂ່າວສານ, ທິດ​ສະ​ດີ ​ແລະ ແບ່ງປັນ​ບົດຮຽນ ​ໃນການ​ສ້າງອົງການຈັດ​ຕັ້ງ​ພັກ, ປະ​ກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ. ທ່ານສະມາຊິກສະພາສູງ Doraisamy Raja ຢືນຢັນ​ເຖິງ ຫຼັກໝັ້ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຂອງພັກ​ກອມ​ມູນິດ​ອິນ​ເດຍ​ແມ່ນສະໜັບສະໜູນ ​ເລື່ອງ​ແກ້​ໄຂ​ການ​ຂັ້ດ​ແຍ້​ງກັນ ຢູ່​ໃນ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ສັນຕິ​ວິທີ ​ບົນ​ພື້ນ​ຖານ​ເຄົາລົບ​ກົດໝາຍສາກົນ, ​ໃນ​ນັ້ນ​ມີ​ສົນ​ທີ​ສັນຍາ​ສະຫະຊາ​ຊາດ ກ່ຽວກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ ປີ 1982, DOC ​ແລະກັາວ​ໄປ​ເຖິງ COC.
ຂ່າວ/ບົດ​ອື່ນ