ພັກກອມມູນິດອາເມລິກາຕັ້ງໜ້າສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ


ພັກກອມມູນິດອາເມລິກາຕັ້ງໜ້າສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ - ảnh 1
ພາບປະກອບ
(vietnamplus.vn)

(vovworld) - ວັນ​ທີ 5/4, ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ​ກອມ​ມູນິດ​ ອາ​ເມ​ລິ​ກາ​ ​ໂດຍ​ທ່ານ John Bachtell ປະທານ​ພັກ​ກອມ​ມູນິດ ​ອາ​ເມ​ລິ​ກາ​ນຳ​ໜ້າ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ. ນະ​ທີ່​ນີ້, ພົນ​ໂທ ຫງວຽນ​ວັນຣິງ, ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ ຫວຽດນາມ ຫວັງ​ວ່າ. ພັກ​ກອມ​ມູນິດ ອາ​ເມ​ລິ​ກາ​ສືບ​ຕໍ່​ມີ​ການ​ກະທົບ​​ໃນຫາ​ງສຽງ​ ອາ​ເມ​ລິ​ກາ, ຕັ້ງໜ້າ​ຂົນຂວາຍ​ປະຊາຊົນ​ ອາ​ເມ​ລິ​ກາ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ​ການ​ເບິ່ງ​ແຍງ​, ຊ່ວຍ​ເຫຼືອ ​ແລະ ສະໜັບສະໜູນ​ການ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ຫວຽດນາມ. ທ່ານ John Bachtell ປະທານ​ພັກ​ກອມ​ມູນິດ​ ອາ​ເມ​ລິ​ກາ ຢືນຢັນ​ວ່າ, ພັກ​ກອມ​ມູນິດ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ສະໜັບສະໜູນ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ ຫວຽດນາມ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ; ພ້ອມ​ທັງ​ຂົນຂວາຍ​ຊາວ ອາ​ເມ​ລິ​ກາ​ສະໜັບສະໜູນ​ການ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ຂອງຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ ຫວຽດນາມ. ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ຫວຽດນາມ​ໃນ​ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ພັກ​ກອມ​ມູນິດ ອາ​ເມ​ລິ​ກາ ຈະ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ພັກ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອສັນຕິພາບ, ການ​ພັດທະນາ ​ແລະ ຄວາມ​ກ້າວໜ້າ​ສັງຄົມ.

 

ຂ່າວ/ບົດ​ອື່ນ