ພັກ​ກຳ​ມະ​ກອນ ບ​ຣາ​ຊິນ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ກັບ ພັກ ແລະ ປະ​ຊາ​ຊົນ ຫວຽດ​ນາມ

(VOVWORLD) -ທ່ານ Romenia Pereira, ເລຂານຸການຄະນະການພົວພັນສາກົນຂອງພັກກຳມະກອນ ບຣາຊິນ, ຫາກໍ່ເຂົ້າຢ້ຽມຂ່ຳນັບທ່ານນາງ ຟ້າມທິກິມຮວາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ຢູ່ສຳນັກງານສະຖານທູດ ຫວຽດນາມ ຢູ່ນະຄອນຫຼວງ Brasilia.
ພັກ​ກຳ​ມະ​ກອນ ບ​ຣາ​ຊິນ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ກັບ ພັກ ແລະ ປະ​ຊາ​ຊົນ ຫວຽດ​ນາມ - ảnh 1ທ່ານ Romenia Pereira, ເລຂານຸການຄະນະການພົວພັນສາກົນຂອງພັກກຳມະກອນ ບຣາຊິນ ແລະ ທ່ານນາງ ຟ້າມທິກິມຮວາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ (ພາບ: Baoquocte.vn)

ທ່ານ Romenia ແມ່ນໜຶ່ງໃນບັນດາສະມາຊິກສ້າງຕັ້ງພັກກຳມະກອນ ບຣາຊິນ - ໂດຍເປັນອົງການສະໝັກໃຈຕໍ່ສູ້ ໃຫ້ແກ່ ປະຊາທິປະໄຕ, ຄວາມສາມັກຄີ, ພັດທະນາສັງຄົມ, ລະບອບລະບຽບການ, ເສດຖະກິດ, ກົດໝາຍ ແລະ ວັດທະນະທຳ.

ທີ່ການພົບປະ, ທ່ານ Romenia Pereira ໄດ້ຕີລາຄາສູງບັນດາຜົນງານອັນຍິ່ງໃຫຍ່ທີ່ ພັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່, ທ່ານກໍ່ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງພັກ ແລະ ປະຊາຊົນສອງປະເທດ ບຣາຊິນ - ຫວຽດນາມໃຫ້ຫຼາຍກ່ວາອີກ.

ສ່ວນທ່ານນາງເອກອັກຄະລັດຖະທູດ ຟ້າມທິກິມຮວາ ໄດ້ສະແດງຄວາມຂອບອົກຂອບໃຈເພື່ອການແລກປ່ຽນທີ່ເປີດອົກເປີດໃຈນີ້. ທ່ານນາງກໍ່ຫວັງວ່າ ນ້ຳໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ບຣາຊິນຈະນັບມື້ນັບມີຄວາມສະໜິດແໜ້ນ ແລະ ໝັ້ນແກ່ນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ