ພັກກຳອຳນາດຈະສ້າງຕັ້ງຄະນະລັດຖະບານໃນຮອບເວລາ2ອາທິດ

ພັກກຳອຳນາດຈະສ້າງຕັ້ງຄະນະລັດຖະບານໃນຮອບເວລາ2ອາທິດ - ảnh 1
ທ່ານ​ນາຍົກລັດ​ຖະມົນຕີສິງ​ຄະ​ໂປ ຫຼີຊຽນຫຼົງ
(ພາບປະກອບ)


(vovworld) – ພາຍຫຼັງ​ທີ່​ຮັບ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ, ຕອນ​ຄໍ່າວັນ​ທີ 12/09, ທ່ານ​ນາຍົກລັດ​ຖະມົນຕີສິງ​ຄະ​ໂປ ຫຼີຊຽນຫຼົງ, ​ໄດ້​ຖະ​ແຫຼ​ງວ່າ, ທ່ານ​ຈະ​ສ້າງ​ຕັ້ງ​ຄະນະລັດຖະບານ​ໃນຮອບ​​ເວ​ລາ 2 ອາ​ທິດ. ພັກ​​ເຄື່ອນ​ໄຫວ​ເພື່ອປະຊາຊົນ (PAP), ​ໂດຍ​ທ່ານ ຫຼີຊຽນຫຼົງ ນຳ​ໜ້າ ຍາດ​ໄດ້​ໄຊຊະນະ ດ້ວຍ​​ເລື່ອງ​ຍາດ​ໄດ້ບັດ​ສະໜັບສະໜູນ 69,68%, ສູງ​ກວ່າໝູ່​ນັບ​ແຕ່​ການ​​ເລືອກ​ຕັ້ງ​ເມື່​ອປີ 2011 ​ເປັນ​ຕົ້ນ​ມາ. ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຮີບ​ດ່ວນ​ໃນ​ປະຈຸ​ບັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ​ແມ່ນ​ແຕ່ງ​ຕັ້ງ​ຜູ້​ຮັກສາ​ຕຳ​ແໜ່​ງລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ ​ໃນຄະນະ​ລັດຖະບານ​ໃໝ່, ຍ້ອນ​​ອະ​ດີດ​ລັດຖະມົນຕີ​ວ່າການກະຊວງຄົມມະນາຄົມ ບໍ່​ເຂົ້າ​ຮ່ວມ​ການ​ເລື​ອກຕັ້ງ​ທົ່ວ​ປະ​ເທດທີ່​ຜ່ານ​ມາ.

ຂ່າວ/ບົດ​ອື່ນ