ພັກ​ຄອມ​ມູ​ນິດ​ ຫວຽດ​ນາມ ພວມ​ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ​ຂອງ​ການ​ນຳ​ລຸ້ນ​ກ​່ອນ

(VOVWORLD) - ວິວັດການສຶກສາຮ່ຳຮຽນ ແລະ ປະສົບການເຮັດວຽກຜ່ານຫຼາຍຕຳແໜ່ງທີ່ແຕກຕ່າງກັນ ໄດ້ຊ່ວຍໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ສະສົມໄດ້ບັນດາຄວາມຮູ້ ແລະ ປະສົບການ ເພື່ອຮັບດຳລົງບົດບາດເປັນຜູ້ນຳ. 
ພັກ​ຄອມ​ມູ​ນິດ​ ຫວຽດ​ນາມ ພວມ​ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ​ຂອງ​ການ​ນຳ​ລຸ້ນ​ກ​່ອນ - ảnh 1ນັກຄົ້ນຄວ້າ ອັງກິດ ຖືວ່າ ມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຂະບວນວິວັດກໍ່ສ້າງພັກ ແລະ ລັດ ຫວຽດນາມ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຄົນໃໝ່ ໂຕເລິມ.(ພາບ: TTXVN)

ມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຂະບວນວິວັດກໍ່ສ້າງພັກ ແລະ ລັດ ຫວຽດນາມ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຄົນໃໝ່ ໂຕເລິມ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Kyril Whittaker, ນັກຄົ້ນຄວ້າການເມືອງ, ປະຫວັດສາດ ຫວຽດນາມ ແລະ ສະມາຊິກພັກກອມມູນິດ ອັງກິດ (CPB), ໄດ້ຢັ້ງຢືນວ່າ ວິວັດການສຶກສາຮ່ຳຮຽນ ແລະ ປະສົບການເຮັດວຽກຜ່ານຫຼາຍຕຳແໜ່ງທີ່ແຕກຕ່າງກັນ ໄດ້ຊ່ວຍໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ສະສົມໄດ້ບັນດາຄວາມຮູ້ ແລະ ປະສົບການ ເພື່ອຮັບດຳລົງບົດບາດເປັນຜູ້ນຳ. ການໃຫ້ຄຳໝັ້ນສັນຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນບົດກ່າວປາໄສເມື່ອຮັບດຳລົງຕຳແໜ່ງນັ້ນ ໄດ້ຊີ້ໃຫ້ເຫັນວ່າ ພັກຄອມມູນິດ ຫວຽດນາມ ໄດ້ສືບທອດມໍລະດົກ ກໍຄື ທິດສະດີຂອງການນຳລຸ້ນກ່ອນໆ, ໃນນັ້ນ ມີປະທານ ໂຮ່ຈີມິນ, ທ່ານອະດີດເລຂາທິການໃຫຍ່ ເລຢວນ ແລະ ເຈື່ອງຈິງ, ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຕາມມຸນເຊື້ອປະຕິວັດ ຫວຽດນາມ.

        ທ່ານ Whittaker ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມກ້າວເດີນຢ່າງຖືກທິດໃນການສ້າງພື້ນຖານເສດຖະກິດ ແລະ ຊີວິດຂອງປະຊາຊົນສືບຕໍ່ໄດ້ຮັບການປົວແປງໃນແຕ່ລະປີ; ພ້ອມທັງເນັ້ນໜັກວ່າ ການເຕີບໂຕເສດຖະກິດ ເຊິ່ງ ຫວຽດນາມ ບັນລຸໄດ້ນັ້ນ  ແມ່ນນະໂຍບາຍລຸລ່ວງໃນການຖືປະຊາຊົນເປັນສຳຄັນແຖວໜ້າ ແລະ ເປັນໃຈກາງຂອງພື້ນຖານການເມືອງ ແລະ ເສດຖະກິດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ