ພັກຖືເປັນສຳຄັນການເປັນເສນາທິການເພື່ອພັດທະນາເສດຖະກິດ-ສັງຄົມ

ພັກຖືເປັນສຳຄັນການເປັນເສນາທິການເພື່ອພັດທະນາເສດຖະກິດ-ສັງຄົມ  - ảnh 1
ກອງ​ປະ​ຊຸມ​ວຽກ​ງານ​ເສ​ນາ​ທິ​ການ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ
(ພາບ: vtc.vn)

(vovworld) – ທີ່ກອງ​ປະ​ຊຸມ​ວຽກ​ງານ​ເສ​ນາ​ທິ​ການ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທ​ີ 15/1, ຢູ່​ຮ່າ​ໂນ້ຍ, ທ່ານ ເລ​ຮົ່ງ​ເອງ, ກຳ​ມະ​ການກ​ົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ ຮຽກ​ຮ້ອງ​ໃຫ້​ການ​ນຳ​​ຄະ​ນະ​ພັກ​ແຂວງ, ນະ​ຄອນ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ປະ​ສິດ​ທິ​ຜົນ​ວຽກ​ງານ​ເສ​ນາ​ທິ​ການ​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ, ເລືອກ​ເຟັ້ນ, ຊັບ​ຊ້ອນ​ພະ​ນັກ​ງານ​​ທີ່ມີ​ຄວາມ​ສາ​ມາດ​ເໝາະ​ສົມ, ສົມ​ທົບ​ລະ​ບອບ​ຮ່ວມ​ງານ, ນັກ​ຊ່ຽວ​ຊານ​ໃນ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ທ້ອງ​ຖິ່ນ. ຕາມ​ທ່ານ ເລ​ຮົ່ງ​ເອງ​ແລ້ວ, ເສດ​ຖະ​ກິດ ຫວຽດ​ນາມ ພ​າຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ໄດ້ເຕີບໃຫຍ່ເຂັ້ມ​ແຂງ​ເທື່ອ​ລະ​ກ້າວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປະ​ຈຸ​ບັນ ຫວຽດ​ນາມ ທັງ​ຕ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັບເສດ​ຖະ​ກິດ​​ໂລກ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ, ແກ່ງ​ແຍ້ງ​​ຂ້ຽວ​ຂາດກ່​ວາ​, ທັງ​ຕ້ອງ​ດຳ​ເນີນ​ການ​ສ້າງ​ໂຄງ​ປະ​ກອບ​ພື້​ນ​ຖານ​ເສດ​ຖະ​ກິດ, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ດັ່ງ​ນັ້ນ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ພັກ​ນັບ​ມື້​ນັບ​ກາຍ​ເປ​ັນ​ສຳ​ຄັນ. ໄລ​ຍະ​ຈະ​ມາ​ເຖິງ, ຄວນ​ປະ​ຕິ​ບັດ​ວຽກ​ງານ​ຝຶກ​ອົບ​ຮົມ, ແລກ​ປ່ຽນ​ວິ​ຊາ​ສະ​ເພາະ, ກວດ​ກາ, ຕິດ​ຕາມກວດ​ກາ​ໃຫ້​ຖັນ​ແຖວ​ປະ​ຕິ​ບັດ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ​ໃຫ້​​ແກ່ ຄະ​ນະ​ພັກ​ແຂວງ, ນະ​ຄອນ ແລະ ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​​ຄົ້ນ​ຄ້​ວາ, ເປັນ​ເສ​ນາ​ທິ​ການ​ສັງ​ລວມ ແລະ ເປັນ​ເສ​ນາ​ທິ​ການ​ລົງ​ເລິກ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ສະ​ພາບ​ການ​ໃໝ່​.



ຂ່າວ/ບົດ​ອື່ນ