ພັກປະຊາຊົນກຳປູເຈຍ ພ້ອມແລ້ວທີ່ຈະເຈລະຈາບົນຈິດໃຈໄກ່ເກ່ຍ ປອງດອງຊາດ

ພັກປະຊາຊົນກຳປູເຈຍ ພ້ອມແລ້ວທີ່ຈະເຈລະຈາບົນຈິດໃຈໄກ່ເກ່ຍ ປອງດອງຊາດ - ảnh 1
ທ່ານ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) Chea Sim
(ພາບ: vietnamplus.vn)


(vovworld) - ວັນ​ທີ 29 ສິງຫາ, ​ໃນ​ຈົດໝາຍ​​ຕອບ​ຄືນ​​ເຖິງ​ການ​ນຳ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ພັກ​ຝ່າຍ​ຄ້ານ Sam Rainsy, ທ່ານ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) Chea Sim ຢືນຢັນ​ວ່າ ບົນ​ຈິດ​ໃຈໄກ່​ເກ່ຍປອງ​ດອງ​ຊາດ ​ແລະ ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ, ຍາມ​ໃດ CPP ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງຄ້າງ​ກ່ຽວ​ຂ້ອງ​ເຖິງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5, ​ເຊິ່ງດຳ​ເນີນ​ໄປ​​ເມື່ອ​ວັນ​ທີ 28 ກໍລະກົດ ​ຜ່ານ​ມາ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະພາ​ລັດຖະທຳ​ມະນູນກຳປູ​ເຈຍ (CCC) ​ໄດ້​ຕົກລົງ​ປະຕິ​ເສດ​ຄຳ​​ຮ້ອງ​ທຸກ​ຂອງ​ພັກ​ຝ່າຍ​ຄ້ານ​ທີ່​ຮຽກ​ຮ້ອງເປີດ​ເອກະສານ​​ຕົ້ນສະ​ບັບ​ ເພື່ອ​ກວດກາ​ຄືນ​ໝາກຜົນ​ການ​ເລືອກ​ຕັ້ງ​ຢູ່ 9 ຕາ​ແສງ​ຂຶ້ນ​ກັບ​ແຂວງ Kampong. ຕາມ​ແຜນການ, NEC ຈະ​ປະກາດຜົນ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຊຸດ​ທີ 5 ​ໃນ​ວັນ​ທີ 08 ກັນຍາ ຢ່າງ​ເປັນ​ທາງ​ການ, ພາຍຫຼັງ​​ທີ່ CCC ​ແກ້​ໄຂ​ຄຳ​ຮ້ອງ​ທຸກ​ທັງ​ໝົດ​ສຳ​ເລັດ​.
ຂ່າວ/ບົດ​ອື່ນ