ພັກປະຊາທິປັດຝ່າຍຄ້ານ ໄທຍື່ນໃບຄຳຮ້ອງຂຶ້ນ ສານລັດຖະທຳມະນູນ ຮຽກຮ້ອງລົບລ້າງໝາກຜົນການເລືອກຕັ້ງ


ພັກປະຊາທິປັດຝ່າຍຄ້ານ ໄທຍື່ນໃບຄຳຮ້ອງຂຶ້ນ ສານລັດຖະທຳມະນູນ ຮຽກຮ້ອງລົບລ້າງໝາກຜົນການເລືອກຕັ້ງ - ảnh 1

ສະຖານ​ທີ່​ເລືອກ​ຕັ້ງ​ແຫ່ງ 1 ຢູ່​ບາງກອກ

(ພາບ: AFP))

(vovworld)- ​​​ ທະນາຍຄວາມ ວິຣາຕະນາ ຜູ້ຕາງໜ້າ​ຂອງ​ພັກ​ປະຊາທິປັດ (DP) ​ໃຫ້​ຮູ້​ວ່າ: ​ໃນ​ໃບ​ຄຳຮ້ອງ​, DP ຮຽກຮ້ອງຍຸບ​ເລີກ​ພັກ​ກຳ​ອຳນາດ​ຂອງ​ທ່ານ​ນາງ​ຍິ່ງ​ຮັກ​ ຊີ​ນນາ​ວັດ, ນາຍົກລັດຖະມົນຕີຊົ່ວຄາວ ​ແລະ ຖື​ວ່າ: ການ​ເລືອກ​ຕັ້ງ​ໄດ້​ລະ​ເມີດ​ລັ​ດຖະທຳ​ມະນູນ. ນອກຈາກ​ນັ້ນ​ແລ້ວ, DP ຍັງ​ຮຽກຮ້ອງ​ຍຸບ​ເລີກ​ພັກ​ເພື່ອ​ໄທ ​ແລະ ອອກ​ຄຳ​ສັ່ງ​ຫ້າມ​ບັນດາ​ສະມາຊິກ​ຂອງ​ພັກ​ນີ້ເຂົ້າຮ່ວມ​ການ​ເມືອງ.

   ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ ​ຫາ​ກໍ່​ປະກາດ​ບໍ່​ຢາກ​ເຫັນ​ປະຈັກ​ຕາ​ການກໍ່​ລັດຖະປະຫານ ຫຼືການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ໄທ ​ແລະ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ: ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ພວມ​ເປັນ​ສິ່ງ​ທ້າ​ທາຍ​ພື້ນຖານ​ປະຊາທິປະ​ໄຕ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້. ທ່າ​ນາງ Jen Psaki ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຊີ້​ແຈງ​ວ່າ: ທຸກ​ພາກສ່ວນ​ໃນ​ສັງຄົມ​ໄທ ຕ້ອງ​ເຮັດ​ແຈ້ງ​ຄວາມ​ສຳຄັນ​ຂອງ​ການ​ນຳ​ໃຊ້​ບັນດາ​​ເຄື່ອງ​ມືປະຊາທິປະ​ໄຕ ​ແລະ ລັດຖະທຳ​ມະນູນ​ເພື່ອ​ແ​ກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ານ​ການ​ເມືອງ./.


ຂ່າວ/ບົດ​ອື່ນ