ພັກປະຊາທິປະໄຕ ຊອກຫາວິທີເຊື່ອມຕໍ່ການເຄື່ອນໄຫວຂອງລັດຖະບານ ຄືນໃໝ່

(VOVWORLD) -ຮ່າງກົດໝາຍ 02 ສະບັບ ກ່ຽວກັບການສະໜອງງົບປະມານໃຫ້ບັນດາອົງການລັດຖະບານໃນກອງປະຊຸມທໍາອິດຂອງ ສະພາແຫ່ງຊາດໃໝ່ ໃນວັນທີ 03 ມັງກອນ 2019

ບັນດາສະມາຊິກລັດຖະສະພາພັກປະຊາທິປະໄຕ ທີ່ ສະພາຕໍ່າ ອາເມລິກາ ຫາກໍໄດ້ປະກາດ   ຮ່າງກົດໝາຍ 02 ສະບັບ ກ່ຽວກັບການໃຊ້ຈ່າຍ ເພື່ອແນໃສ່ເຊື່ອມຕໍ່ການເຄື່ອນໄຫວຂອງລັດຖະບານຄືນໃໝ່.

        ບັນດາສະມາຊິກສະພາຕໍ່າພັກປະຊາທິປະໄຕ ຄາດວ່າ ຈະໄດ້ຮັບຮອງເອົາ ຮ່າງກົດໝາຍ 02 ສະບັບ ກ່ຽວກັບການສະໜອງງົບປະມານໃຫ້ບັນດາອົງການລັດຖະບານໃນກອງປະຊຸມທໍາອິດຂອງ ສະພາແຫ່ງຊາດໃໝ່ ໃນວັນທີ 03 ມັງກອນ 2019, ພາຍຫຼັງທີ່ພັກ ປະຊາທິປະໄຕ ຍາດໄດ້ສິດຄວບຄຸມສະພາຕໍ່າຄືນໃໝ່. ລະອຽດແມ່ນ, ຮ່າງກົດໝາຍສະບັບທີໜຶ່ງ ຈະສະໜອງງົບປະມານຊົ່ວຄາວໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ເພື່ອປ້ອງກັນຄວາມສະຫງົບປອດໄພຢູ່ເຂດຊາຍແດນ. ສ່ວນຮ່າງກົດໝາຍຍັງເຫຼືອ ຈະສະໜອງງົບປະມານໃຫ້ແກ່ກະຊວງກະສິກໍາ, ກະຊວງພາຍໃນ ແລະ ບາງກະຊວງອື່ນທີ່ໄດ້ປິດປະຕູໄວ້ ຍ້ອນບໍ່ມີງົບປະມານເຄື່ອນໄຫວ. ຕາມບັນດາສະມາຊິກພັກປະຊາທິປະໄຕແລ້ວ, ເລື່ອງຕໍ່ເວລາກໍານົດງົບປະມານ ຈະຊ່ວຍໃຫ້ທ່ານປະທານາທິບໍດີ Donald Trump ມີເວລາຕື່ມອີກ ເພື່ອບັນລຸໄດ້ຂໍ້ຕົກລົງກັບສະພາແຫ່ງຊາດ ກ່ຽວກັບການປ້ອງກັນຄວາມສະຫງົບປອດໄພຢູ່ເຂດຊາຍແດນ.

        ຫຼັງຈາກນັ້ນ, ຮ່າງກົດໝາຍດັ່ງກ່າວ ຈະຕ້ອງໄດ້ຮັບການຮັບຮອງເອົາຈາກສະພາສູງ ແລະ ຍື່ນສະເໜີຕໍ່ປະທານາທິບໍດີ Trump ເຊັນ ປະກາດໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ