ພັກປະເທດລັດເຊຍເອກະພາບແລະພັກກອມມູນິດຈີນເພີ່ມທະວີການເຈລະຈາດ້ານການເມືອງ

(VOVWORLD) -ການພົວພັນລະຫວ່າງລັດເຊຍ - ຈີນ ບັນລຸລະດັບສູງແບບບໍ່ເຄີຍມີມາກ່ອນ
ພັກປະເທດລັດເຊຍເອກະພາບແລະພັກກອມມູນິດຈີນເພີ່ມທະວີການເຈລະຈາດ້ານການເມືອງ - ảnh 1

ຕາມສຳນັກຂ່າວສານ Sputnik ແລ້ວ, ໃນໂທລະເລກເຊິ່ງໄດ້ເອົາລົງໃນເວັບໄຊຂອງວັງ Kremlin, ວັນທີ 23 ກໍລະກົດ ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ສະແດງຄວາມຊົມເຊີຍຕໍ່ການເຈລະຈາຄັ້ງທີ 8 ລະຫວ່າງບັນດາຜູ້ຕາງໜ້າຂອງພັກປະເທດ ລັດເຊຍ ເອກະພາບ ແລະ ພັກກອມມູນິດຈີນ, ພ້ອມທັງຢືນຢັນວ່າ ການພົວພັນລະຫວ່າງລັດເຊຍ ແລະ ຈີນ ພວມຢູ່ໃນລະດັບສູງ.

        ໂທລະເລກດັ່ງກ່າວຊີ້ແຈ້ງວ່່າ: “ການພົວພັນລະຫວ່າງລັດເຊຍ - ຈີນ ບັນລຸລະດັບສູງແບບບໍ່ເຄີຍມີມາກ່ອນ ແລະ ໄດ້ຮັບຖືວ່າແມ່ນຕົວຢ່າງພົ້ນເດັ່ນຂອງການສົມທົບກັນລະຫວ່າງບັນດາລັດ ເພື່ອຈຸດປະສົງອັນດີງາມໃນໂລກທັນສະໄໝ”.

        ທ່ານປະທານາທິບໍດີ Vladimir Putin ກໍ່ໃຫ້ຮູ້ວ່າ, ການເຈລະຈາລະຫວ່າງ 2 ພັກການເມືອງຕາມມູນເຊື້ອແລ້ວ ແມ່ນປັດໃຈສຳຄັນຂອງການພົວພັນລະຫວ່າງ ລັດເຊຍ - ຈີນ. ຕາມນັ້ນແລ້ວ, 2 ພັກ ໄດ້ແລກປ່ຽນບົດຮຽນໃນຂົງເຂດນິຕິບັນຍັດ ແລະ ກໍ່ສ້າງພັກເປັນປະຈຳ, ກໍຄືພັດທະນາບັນດາໂຄງການຮ່ວມມື 2 ຝ່າຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຫຼາຍຂົງເຂດອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ