ພັກຝ່າຍຄ້ານບັງເອີນຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດສ.ເກົາຫຼີ

ພັກຝ່າຍຄ້ານບັງເອີນຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດສ.ເກົາຫຼີ - ảnh 1
ທ່ານ Kim Boo-kyum ປະທານພັກ Minjoo
 (ພາບ: Yonhap/TTXVN)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 14/04, ສື່​ມວນ​ຊົນ ສ.​ເກົາຫຼີ ​ຄັດ​ສະ​ເໜີບັນ​ດາ​ຕົວ​ເລກ​ຈາກຄະນະ​ກຳມະການ​ເລືອກຕັ້ງ​ປະ​ເທດ​ນີ້ ​ໃຫ້​ຮູ້​ວ່າ: ພັກ Saenuri (​ໂລກ​ໃໝ່) ກຳ​ອຳນາດ ຫາ​ກໍ່ຖືກປະລາ​ໄຊ​ຢ່າງ​ໜັກໜ່ວງ​ໃນ​ການ​ເລືອກ​ຕັ້ງ​ສະພາ​​ແຫ່ງ​ຊາດ​ທີ່​ດຳ​ເນີນ​ໃນ​ວັນ​ທີ 13/04. ຕາມ​ນັ້ນ​ແລ້ວ, ພັກ Saenuri ຂອງ​ທ່ານ​ນາງ Park Geun – hye ພຽງ​ແຕ່​ຍາດ​ໄດ້ 122/300 ທີ່​ນັ​່ງຢູ່​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ເທົ່າ​ນັ້ນ, ​ໃນ​ຂະນະ​ນັ້ນ ພັກ​ຝ່າຍ​ຄ້ານ Minjoo (ປະຊາທິປະ​ໄຕ​ຮ່ວມ​ເດີນທາງ) ຍາດ​ໄດ້ 123 ທີ່​ນັ່ງ. ໝາກຜົນ​ນີ້ ​ໄດ້​ຢຸດ​ຕິ 16 ປີ​ຍາດ​ໄດ້​​ທີ່​ນັ່ງສ່ວນ​ຫລາຍ​ຢູ່​ສະພາ​ແຫ່ງ​ຊາດ​ຂອງ​ພັກ Saenuri.

        ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ນີ້ ​ໄດ້​ຮັບ​ຖື​ວ່າ ການ​ສຳ​ຫລວດຄວາມ​ໄວ້​ວາງ​ໃຈ​ສຳລັບ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ນາງ​ປະທານາທິບໍດີ Park Geun – hye. ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກໍ່​ແມ່ນ​ພື້ນຖານ​ສຳຄັນ ຊ່ວຍ​ເປັນ​ຮູບ​​ເປັນ​ຮ່າງ​ບັນດາຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ້ການຊ່ວງ​ເສັງ​ເປັນ​ປະທານາທິບໍດີ ສ.​ເກົາຫຼີ ຈະ​ດ​ຳ​ເນີນ​ໃນ​ເດືອນ 12/2017.

ຕອບກັບ

ຂ່າວ/ບົດ​ອື່ນ