ພັກ,ລັດຍາມໃດກໍເຄົາລົບແລະຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ

ພັກ,ລັດຍາມໃດກໍເຄົາລົບແລະຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ - ảnh 1
​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກອວຍ​ພອ​ນ​ ສາດ​ສະ​ດາ ​ສະ​ມາ​ຄົ​ມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ
ພາບ:dangcongsan.vn

(vovworld)-​ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ທີ​ການ​ພົບ​ປະ​ສັງ​ສັນ ແລະ ອວຍ​ພອ​ນ​ພະ​ອາ​ຈານ ທິກ​ໂຝ​ເຕ້ວ, ສາດ​ສະ​ດາ ​ສະ​ມາ​ຄົ​ມ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ, ຍົດ​ຖາ​ບັນ​ດາ​ສັກ ການ​ນຳ​ສະ​ພາ​ສົງ, ສະ​ພາ​ບໍ​ລິ​ຫານ​ງານ​ພຸດ​ທະ​ສາ​ສະ​ຫນາ​ຫວຽດ​ນາມ ພ້ອມ​ກັບ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸ​ວິ​ສາ​ຂະ​ບູ​ຊາ ພ​ສ 2559 ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/5 ຢູ່ ຮ່າ​ໂນ້ຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາ ຫວຽດ​ນາມ ໃນ​ຕະ​ຫລອດ​ໄລ​ຍະ​ປະ​ຫວັດ​ສາດ ດ້ວຍ​ຈິດ​ໃຈ​ປ້ອງ​ກັນ​ປະ​ເທດ​ຊາດ, ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ສະ​ຫງົບ​ສຸກ, ແມ່ນ​ສາ​ສະ​ຫນາ​ຫນຶ່ງ​ມີ​ມູນ​ເຊື້ອ​ຮັກ​ຊາດ, ຕິດ​ພັນ​ກັບ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ: ພັກ, ລັດ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ເຊື່ອ​ຖື​ສາ​ສະ​ຫນາ ແລະ​ຍົດ​ຖາ​ບັນ​ດາ​ສັກ​ໃນສາ​ສະ​ຫນາ​ຕ່າງໆ ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ທາງ​ສາ​ສະ​ຫນາ​ຢ່າງ​ຊອບ​ທຳ ແລະ ​ເຮັດ​ລ້ອນ​ຫນ້າ​ທີ່​ຂອງ​ພົນ​ລະ​ເມືອງ​ຕໍ່​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ